Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະຄຳພີ​ກ່າວ​ວ່າ​ຢ່າງໃດ? “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ ຍ້ອນ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”

Uka jalj uñjjattʼäta Copia luraña




ໂຣມ 4:3
16 Jak'a apnaqawi uñst'ayäwi  

“ພວກຄົນ​ຮັບຈ້າງ​ຜູ້​ທີ່​ມາ​ເລີ່ມ​ເຮັດວຽກ​ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ກໍ​ໄດ້​ຮັບ​ເງິນ​ຄົນ​ລະ​ໜຶ່ງ​ເດນາຣິອົນ.


ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,


ຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ວ່າ, “ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ”.


ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,


ແລະ ເພິ່ນ​ໄດ້​ຮັບ​ພິທີຕັດ​ເປັນ​ເຄື່ອງໝາຍ ເຊິ່ງ​ເປັນ​ຕາປະທັບ​ແຫ່ງ​ຄວາມຊອບທຳ​ທີ່​ເພິ່ນ​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ຂະນະ​ທີ່​ເພິ່ນ​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ດ້ວຍເຫດ​ນີ້ ເພິ່ນ​ຈຶ່ງ​ເປັນ​ບິດາ​ຂອງ​ຄົນ​ທັງຫລາຍ​ທີ່​ເຊື່ອ​ແຕ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ ເຊິ່ງ​ພຣະເຈົ້າ​ຖືວ່າ​ພວກເຂົາ​ເຫລົ່ານັ້ນ​ເປັນ​ຜູ້ຊອບທຳ​ດ້ວຍ.


ສ່ວນ​ຄົນ​ທີ່​ບໍ່​ໄດ້​ອາໄສ​ການປະຕິບັດ ແຕ່​ໄດ້​ວາງໃຈ​ໃນ​ພຣະເຈົ້າ​ຜູ້​ເຮັດ​ໃຫ້​ຄົນຊົ່ວ​ເປັນ​ຄົນຊອບທຳ ພຣະອົງ​ຖືວ່າ​ຄວາມເຊື່ອ​ຂອງ​ລາວ​ເປັນ​ຄວາມຊອບທຳ.


ຄວາມສຸກ​ນີ້​ມີ​ແກ່​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ເທົ່ານັ້ນ ຫລື ມີ​ແກ່​ຜູ້​ທີ່​ບໍ່ຮັບພິທີຕັດ​ເໝືອນກັນ? ພວກເຮົາ​ໄດ້​ກ່າວ​ແລ້ວ​ວ່າ​ເພາະ​ຄວາມເຊື່ອ​ຂອງ​ອັບຣາຮາມ​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ.


ເພາະ​ໃນ​ພຣະຄຳພີ ພຣະເຈົ້າ​ກ່າວ​ແກ່​ຟາໂຣ​ວ່າ, “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ກໍ​ເພື່ອ​ຈຸດປະສົງ​ຂໍ້​ນີ້ ເພື່ອ​ເຮົາ​ຈະ​ໄດ້​ສະແດງ​ລິດອຳນາດ​ຂອງ​ເຮົາ​ໃຫ້​ປາກົດ​ທາງ​ເຈົ້າ ແລະ ເພື່ອ​ນາມ​ຂອງ​ເຮົາ​ປະກາດ​ໄປ​ທົ່ວ​ໂລກ”.


ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.


ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka