Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ”. ເພິ່ນ​ເປັນ​ບິດາ​ຂອງ​ເຮົາ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຜູ້​ທີ່​ເພິ່ນ​ເຊື່ອ ຄື​ພຣະເຈົ້າ​ຜູ້​ໃຫ້​ຊີວິດ​ແກ່​ຄົນ​ທີ່​ຕາຍ​ແລ້ວ ແລະ ເອີ້ນ​ສິ່ງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.

Uka jalj uñjjattʼäta Copia luraña




ໂຣມ 4:17
32 Jak'a apnaqawi uñst'ayäwi  

ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


ເພາະ​ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ເປັນຄືນມາ ແລະ ໃຫ້ຊີວິດ​ແກ່​ພວກເຂົາ​ຢ່າງໃດ ພຣະບຸດ​ກໍ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ທີ່​ຈະ​ໃຫ້​ຢ່າງ​ນັ້ນ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເວລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ ບັດນີ້​ກໍ​ມາ​ເຖິງ​ແລ້ວ ເມື່ອ​ຜູ້​ທີ່​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ສຽງ​ພຣະບຸດ​ຂອງ​ພຣະເຈົ້າ ແລະ ບັນດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຈະ​ມີຊີວິດ.


ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


ຫລື ພຣະເຈົ້າ​ເປັນ​ພຣະເຈົ້າ​ຂອງ​ຄົນຢິວ​ເທົ່ານັ້ນ​ບໍ? ພຣະອົງ​ບໍ່​ໄດ້​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ​ບໍ? ແມ່ນ​ແລ້ວ, ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນຕ່າງຊາດ​ດ້ວຍ,


ທັງ​ທີ່​ບໍ່​ສົມຄວນ​ຈະ​ມີ​ຄວາມຫວັງ​ອັນໃດ ອັບຣາຮາມ​ກໍ​ຍັງ​ເຊື່ອ​ເພາະ​ເພິ່ນ​ມີ​ຄວາມຫວັງ​ເພິ່ນ​ຈຶ່ງ​ໄດ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ​ເໝືອນ​ທີ່​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”.


ຖ້າ​ພຣະເຈົ້າ​ຖືວ່າ​ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ການປະຕິບັດ ເພິ່ນ​ກໍ​ມີ​ສິ່ງ​ທີ່​ຈະ​ອວດອ້າງ​ໄດ້ ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ບໍ່​ເປັນ​ຢ່າງ​ນັ້ນ​ເລີຍ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່


ແລະ “ໃນ​ບ່ອນ​ທີ່​ກ່າວ​ແກ່​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ບຸດ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່’”.


ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ຕ່ຳຕ້ອຍ​ຂອງ​ໂລກ ແລະ ສິ່ງ​ທີ່​ພວກເຂົາ​ດູໝິ່ນ ແລະ ສິ່ງ​ທີ່​ບໍ່​ສຳຄັນ​ຫຍັງ ເພື່ອ​ລຶບລ້າງ​ສິ່ງ​ທີ່​ໂລກ​ຖື​ວ່າ​ສຳຄັນ,


ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.


ໃນ​ຕໍ່ໜ້າ​ພຣະເຈົ້າ ຜູ້​ໃຫ້​ຊີວິດ​ແກ່​ທຸກສິ່ງ ແລະ ຕໍ່ໜ້າ​ພຣະຄຣິດເຈົ້າເຢຊູ ຜູ້​ປະກາດ​ຄວາມເຊື່ອ​ຢ່າງ​ໜັກແໜ້ນ​ຂະນະ​ທີ່​ເປັນພະຍານ​ຕໍ່​ປົນທຽວ​ປີລາດ, ເຮົາ​ຮຽກຮ້ອງ​ເຈົ້າ


ແລະ ດັ່ງນັ້ນ​ຈາກ​ຊາຍ​ຄົນ​ດຽວ​ນີ້ ເຊິ່ງ​ເປັນ​ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ກໍ​ເກີດ​ມີ​ລູກ​ຫລານ​ສືບ​ເຊື້ອສາຍ​ຈໍານວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນດັ່ງ​ເມັດຊາຍ​ຢູ່​ແຄມທະເລ​ທີ່​ນັບ​ບໍ່​ຖ້ວນ.


ໂດຍ​ຄວາມເຊື່ອ​ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ຈັກກະວານ​ໄດ້​ຖືກສ້າງຂຶ້ນ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ, ດັ່ງນັ້ນ​ສິ່ງ​ທີ່​ເບິ່ງເຫັນ​ຢູ່​ຈຶ່ງ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ພວກເຮົາ​ເຫັນ​ໄດ້​ດ້ວຍ​ຕາ.


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka