Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ເພາະ​ກົດບັນຍັດ​ເປັນເຫດ​ໃຫ້​ຄວາມໂກດຮ້າຍ​ນັ້ນ​ມາ​ເຖິງ, ແລະ ບ່ອນ​ໃດ​ທີ່​ບໍ່​ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່​ມີ​ການລ່ວງລະເມີດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ໂຣມ 4:15
26 Jak'a apnaqawi uñst'ayäwi  

ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ແທ້ຈິງແລ້ວ ຄວາມບາບ​ກໍ​ມີ​ຢູ່​ໃນ​ໂລກ​ກ່ອນ​ມີ​ກົດບັນຍັດ, ແຕ່​ເມື່ອ​ຍັງ​ບໍ່​ມີ​ກົດບັນຍັດ​ກໍ​ບໍ່​ຖືວ່າ​ມີ​ບາບ.


ໄລພິດ​ຂອງ​ຄວາມຕາຍ​ຄື​ຄວາມບາບ ແລະ ລິດອຳນາດ​ຂອງ​ຄວາມບາບ​ຄື​ກົດບັນຍັດ.


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ຖ້າ​ດັ່ງນັ້ນ​ແລ້ວ, ກົດບັນຍັດ​ມີ​ໄວ້​ເພື່ອ​ຫຍັງ? ການ​ທີ່​ມີ​ກົດບັນຍັດ​ເພີ່ມ​ຂຶ້ນ ກໍ​ເພາະວ່າ​ມີ​ການລ່ວງລະເມີດ​ຕ່າງໆ​ຈົນ​ກວ່າ​ລູກຫລານ​ຜູ້​ທີ່​ສັນຍາ​ລະບຸ​ໄວ້​ຈະ​ມາ. ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ໂດຍ​ຜ່ານ​ທາງ​ບັນດາ​ເທວະດາ ແລະ ໄດ້​ມອບໝາຍ​ໃຫ້​ຄົນກາງ.


ຢ່າ​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ ເພາະ​ຍ້ອນ​ສິ່ງ​ດັ່ງກ່າວ​ນັ້ນ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະ​ສິ່ງ​ເຫລົ່ານີ້ ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ກຳລັງ​ຈະ​ມາ​ເຖິງ.


ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka