Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ບໍ່​ແມ່ນ​ໂດຍ​ທາງ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມຊອບທຳ​ທີ່​ມາ​ຈາກ​ຄວາມເຊື່ອ, ອັບຣາຮາມ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຈຶ່ງ​ໄດ້​ຮັບ​ຄຳ​ສັນຍາ​ໃຫ້​ເປັນ​ຜູ້​ທີ່​ຈະ​ໄດ້​ຮັບ​ໂລກ​ນີ້​ເປັນ​ມໍລະດົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ​ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.

Uka jalj uñjjattʼäta Copia luraña




ໂຣມ 4:13
15 Jak'a apnaqawi uñst'ayäwi  

“ພວກເຮົາ​ບອກ​ຂ່າວປະເສີດ​ນີ້​ກັບ​ທ່ານ​ທັງຫລາຍ​ວ່າ: ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ນັ້ນ,


ແລະ ເພິ່ນ​ຍັງ​ເປັນ​ບິດາ​ຂອງ​ຜູ້​ທີ່​ຮັບ​ພິທີຕັດ​ແລ້ວ ຄົນ​ເຫລົ່ານີ້​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ຍັງ​ມີ​ຄວາມເຊື່ອ​ຕາມ​ແບບ​ຄວາມເຊື່ອ​ທີ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ມີ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຮັບ​ພິທີຕັດ​ນັ້ນ.


ໝາຍຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະເຈົ້າ​ນັ້ນ​ບໍ່ແມ່ນ​ເປັນ​ບຸດ​ຕາມ​ສາຍເລືອດ ແຕ່​ເປັນ​ບຸດ​ຕາມ​ສັນຍາ ຈຶ່ງ​ຖືວ່າ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ເຖິງຢ່າງໃດ​ກໍ​ຕາມ, ເມຄີເຊເດັກ​ບໍ່​ໄດ້​ສືບເຊື້ອສາຍ​ມາ​ຈາກ​ຊາວ​ເລວີ, ແຕ່​ເພິ່ນ​ກໍ​ໄດ້​ຮັບ​ໜຶ່ງສ່ວນສິບ​ຈາກ​ອັບຣາຮາມ ແລະ ໄດ້​ອວຍພອນ​ອັບຣາຮາມ​ຜູ້​ທີ່​ຮັບ​ສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka