ໂຣມ 4:11 - ພຣະຄຳພີລາວສະບັບສະໄໝໃໝ່11 ແລະ ເພິ່ນໄດ້ຮັບພິທີຕັດເປັນເຄື່ອງໝາຍ ເຊິ່ງເປັນຕາປະທັບແຫ່ງຄວາມຊອບທຳທີ່ເພິ່ນໄດ້ມາໂດຍຄວາມເຊື່ອໃນຂະນະທີ່ເພິ່ນຍັງບໍ່ໄດ້ຮັບພິທີຕັດ. ດ້ວຍເຫດນີ້ ເພິ່ນຈຶ່ງເປັນບິດາຂອງຄົນທັງຫລາຍທີ່ເຊື່ອແຕ່ຍັງບໍ່ໄດ້ຮັບພິທີຕັດ ເຊິ່ງພຣະເຈົ້າຖືວ່າພວກເຂົາເຫລົ່ານັ້ນເປັນຜູ້ຊອບທຳດ້ວຍ. Uka jalj uñjjattʼätaພຣະຄຳພີສັກສິ11 ແລະເພິ່ນໄດ້ຮັບພິທີຕັດນັ້ນ ເປັນໝາຍສຳຄັນ ຄືເປັນກາປະທັບຂອງຄວາມຊອບທຳ ຊຶ່ງເກີດດ້ວຍຄວາມເຊື່ອທີ່ເພິ່ນໄດ້ມີຢູ່ ເມື່ອເພິ່ນຍັງບໍ່ທັນໄດ້ຮັບພິທີຕັດເທື່ອນັ້ນ ເພື່ອເພິ່ນຈະໄດ້ເປັນບິດາຂອງຄົນທັງປວງທີ່ເຊື່ອ ຊຶ່ງພຣະເຈົ້າຊົງຖືວ່າເປັນຄົນຊອບທຳ ເຖິງແມ່ນວ່າຍັງບໍ່ໄດ້ຮັບພິທີຕັດກໍຕາມ. Uka jalj uñjjattʼäta |
ໂດຍຄວາມເຊື່ອ ເມື່ອໂນອາໄດ້ຮັບຄຳເຕືອນເຖິງສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ດ້ວຍຄວາມຢ້ານກົວພຣະເຈົ້າເພິ່ນຈຶ່ງໄດ້ສ້າງເຮືອໃຫຍ່ເພື່ອຊ່ວຍຄອບຄົວຂອງເພິ່ນໃຫ້ພົ້ນ. ໂດຍຄວາມເຊື່ອຂອງເພິ່ນ ເພິ່ນຈຶ່ງໄດ້ຕັດສິນລົງໂທດໂລກ ແລະ ໄດ້ກາຍເປັນຜູ້ສືບທອດມໍລະດົກແຫ່ງຄວາມຊອບທຳທີ່ມີມາໂດຍຄວາມເຊື່ອ.