Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງໃດ​ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍເລືອດ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍ​ເລືອດ?

Uka jalj uñjjattʼäta Copia luraña




ໂຣມ 4:1
18 Jak'a apnaqawi uñst'ayäwi  

ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.


ພວກເຂົາ​ຕອບ​ວ່າ, “ພວກເຮົາ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ບໍ່​ເຄີຍ​ເປັນ​ຂ້າທາດ​ຂອງ​ຜູ້ໃດ. ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ​ພວກເຮົາ​ຈະ​ເປັນ​ອິດສະຫລະ?”


ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ບໍ? ອັບຣາຮາມ​ໄດ້​ຕາຍ​ໄປ​ແລ້ວ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຕາຍ​ໄປ​ແລ້ວ​ເໝືອນກັນ. ແລ້ວ​ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ອັບຣາຮາມ​ພໍ່​ຂອງ​ພວກເຈົ້າ​ມີ​ຄວາມຊື່ນຊົມຍິນດີ​ທີ່​ຈະ​ເຫັນ​ວັນ​ຂອງ​ເຮົາ, ເພິ່ນ​ກໍ​ໄດ້​ເຫັນ​ແລ້ວ ແລະ ມີ​ຄວາມຊື່ນຊົມຍິນດີ”.


“ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ທ່ານ​ຊາວຕ່າງຊາດ​ທັງຫລາຍ​ຜູ້​ຢຳເກງ​ພຣະເຈົ້າ, ເລື່ອງລາວ​ແຫ່ງ​ຄວາມພົ້ນ​ນີ້​ຖືກ​ສົ່ງ​ມາ​ກໍ​ເພື່ອ​ພວກເຮົາ.


ຂ່າວປະເສີດ​ນັ້ນ​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ໃນ​ຖານະ​ມະນຸດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ,


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ຖ້າ​ເປັນ​ຢ່າງ​ນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຄວນ​ສືບຕໍ່​ເຮັດ​ບາບ​ເພື່ອ​ວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ອາດ​ເພີ່ມ​ຂຶ້ນ​ບໍ?


ຖ້າ​ເປັນ​ຢ່າງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງໃດ? ກົດບັນຍັດ​ຄື​ຄວາມບາບ​ບໍ? ບໍ່ແມ່ນ​ຢ່າງນັ້ນ​ແນ່ນອນ! ແທ້ຈິງ​ແລ້ວ​ຖ້າ​ບໍ່​ແມ່ນ​ເພາະ​ກົດບັນຍັດ​ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ບາບ ເພາະ​ຖ້າ​ກົດບັນຍັດ​ບໍ່​ໄດ້​ກ່າວ​ໄວ້​ວ່າ, “ຢ່າ​ໂລບ”. ເຮົາ​ກໍ​ບໍ່​ຮູ້​ວ່າ​ອັນໃດ​ຄື​ຄວາມໂລບ.


ຖ້າ​ເປັນ​ຢ່າງນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ​ເພື່ອ​ຕອບສະໜອງ​ຕໍ່​ສິ່ງ​ເຫລົ່ານີ້? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ​ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ຫລາຍ​ກວ່າ​ນັ້ນ, ພວກເຮົາ​ທັງຫລາຍ​ມີ​ພໍ່​ທີ່​ເປັນ​ມະນຸດ ຜູ້​ຕີສອນ​ພວກເຮົາ ແລະ ພວກເຮົາ​ກໍ​ຍັງ​ນັບຖື​ເພິ່ນ​ທີ່​ເຮັດ​ຢ່າງ​ນັ້ນ. ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າໃດ​ນໍ​ທີ່​ພວກເຮົາ​ຄວນ​ຢູ່​ໃນ​ໂອວາດ​ຂອງ​ພຣະບິດາ​ແຫ່ງ​ຈິດວິນຍານ​ທັງຫລາຍ ແລະ ມີຊີວິດ​ຢູ່!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka