Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຄົນ​ຢິວ​ໄດ້​ປຽບ​ກວ່າ​ຄົນຕ່າງຊາດ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ກໍໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ ມະນຸດ​ທຸກຄົນ​ທັງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ກໍ​ຢູ່​ໃຕ້​ອຳນາດ​ຂອງ​ຄວາມ​ຜິດບາບ​ເໝືອນກັນ​ທຸກຄົນ.

Uka jalj uñjjattʼäta Copia luraña




ໂຣມ 3:9
21 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.


ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,


ດ້ວຍວ່າ ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ມະນຸດ​ທັງຫລາຍ​ບໍ່ເຊື່ອຟັງ ເພື່ອ​ວ່າ​ພຣະອົງ​ຈະ​ເມດຕາ​ພວກເຂົາ​ທຸກຄົນ.


ຖ້າ​ດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງໃດ? ປະຊາຊົນ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ພວກເຂົາ​ດິ້ນລົນ​ຊອກຫາ ແຕ່​ຜູ້​ທີ່​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ, ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ມີ​ໃຈ​ແຂງກະດ້າງ​ໄປ


ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.


ຖ້າ​ຢ່າງ​ນັ້ນ ການ​ເປັນ​ຄົນຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນອື່ນ​ຢ່າງໃດ ຫລື ການ​ຮັບພິທີຕັດ​ມີ​ປະໂຫຍດ​ອັນໃດ?


ບັດນີ້ ພວກເຮົາ​ຮູ້​ວ່າ​ສິ່ງໃດ​ທີ່​ກົດບັນຍັດ​ໄດ້​ກ່າວ​ໄວ້​ກໍ​ກ່າວ​ແກ່​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ, ເພື່ອວ່າ​ທຸກ​ປາກ​ຈະ​ມິດງຽບ​ຢູ່ ແລະ ເພື່ອ​ໃຫ້​ທັງ​ໂລກ​ຮັບຜິດຊອບ​ຕໍ່​ພຣະເຈົ້າ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!


ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ໝາຍຄວາມ​ວ່າ​ອາຫານ​ທີ່​ບູຊາ​ໃຫ້​ແກ່​ຮູບເຄົາລົບ​ນັ້ນ​ມີ​ຄວາມສຳຄັນ​ຢ່າງນັ້ນ​ບໍ?


ດັ່ງນັ້ນ ເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ເຮົາ​ຈະ​ອະທິຖານ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ອະທິຖານ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ; ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ.


ເພາະ​ຜູ້ໃດ​ທີ່​ເຮັດໃຫ້​ພວກເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ? ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ​ມີ​ອັນໃດ​ທີ່​ພວກເຈົ້າ​ບໍ່​ໄດ້​ຮັບ? ແລະ ຖ້າ​ພວກເຈົ້າ​ໄດ້​ຮັບ​ສິ່ງ​ນັ້ນ​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ອວດອ້າງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ບໍ່​ໄດ້​ຮັບ?


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.


ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka