ໂຣມ 3:8 - ພຣະຄຳພີລາວສະບັບສະໄໝໃໝ່8 ເປັນຫຍັງບໍ່ກ່າວວ່າ, “ໃຫ້ພວກເຮົາເຮັດຊົ່ວເພື່ອຄວາມດີຈະໄດ້ເກີດຂຶ້ນ”? ຕາມທີ່ມີບາງຄົນໃສ່ຮ້າຍວ່າເຮົາເວົ້າຢ່າງນັ້ນ. ການລົງໂທດຄົນຢ່າງນັ້ນກໍຍຸຕິທຳແລ້ວ. Uka jalj uñjjattʼätaພຣະຄຳພີສັກສິ8 ຖ້າດັ່ງນັ້ນ ເປັນຫຍັງເຮົາຈຶ່ງບໍ່ເຮັດຊົ່ວ ເພື່ອຄວາມດີຈະເກີດຂຶ້ນຈາກຄວາມຊົ່ວນັ້ນ ຕາມທີ່ມີບາງຄົນໄດ້ໝິ່ນປະໝາດ ແລະກ່າວຫາວ່າເຮົາໃນທຳນອງນີ້ແລ້ວ ການລົງໂທດຄົນຢ່າງນັ້ນກໍຍຸດຕິທຳແລ້ວ. Uka jalj uñjjattʼäta |
ຄຳພິພາກສາຂອງຄົນເຫລົ່ານີ້ໄດ້ຖືກບັນທຶກໄວ້ດົນແລ້ວ ເນື່ອງຈາກວ່າມີບາງຄົນໄດ້ປອມໂຕເຂົ້າມາໃນທ່າມກາງພວກເຈົ້າ. ພວກເຂົາເປັນຄົນອະທຳ ບິດເບືອນພຣະຄຸນຂອງພຣະເຈົ້າເພື່ອເປັນຊ່ອງທາງໃຫ້ເຮັດຜິດສິນທຳ ແລະ ປະຕິເສດພຣະເຢຊູຄຣິດເຈົ້າຜູ້ເປັນອົງເຈົ້ານາຍ ແລະ ເປັນອົງພຣະຜູ້ເປັນເຈົ້າແຕ່ພຽງອົງດຽວຂອງພວກເຮົາ.