ໂຣມ 3:5 - ພຣະຄຳພີລາວສະບັບສະໄໝໃໝ່5 ແຕ່ຖ້າຄວາມອະທຳຂອງພວກເຮົາເຮັດໃຫ້ເຫັນຄວາມຊອບທຳຂອງພຣະເຈົ້າຊັດເຈນຫລາຍຂຶ້ນ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າບໍ່ຍຸຕິທຳບໍທີ່ໃຫ້ຄວາມໂກດຮ້າຍຂອງພຣະອົງລົງມາເທິງພວກເຮົາ? (ເຮົາກຳລັງໃຊ້ເຫດຜົນຢ່າງມະນຸດ.) Uka jalj uñjjattʼätaພຣະຄຳພີສັກສິ5 ແຕ່ຖ້າວ່າຄວາມຊົ່ວຂອງພວກເຮົາ ເປັນເຫດຊີ້ໃຫ້ເຫັນຄວາມຍຸດຕິທຳຂອງພຣະເຈົ້າແລ້ວ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າລົງໂທດບໍ່ຍຸດຕິທຳຢ່າງນັ້ນບໍ່? (ເຮົາເວົ້າຢ່າງມະນຸດ). Uka jalj uñjjattʼäta |
ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ.
ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້.