Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຖ້າ​ມີ​ບາງຄົນ​ບໍ່ສັດຊື່ ແລ້ວ​ຈະ​ເປັນ​ຢ່າງ​ໃດ? ຄວາມບໍ່ສັດຊື່​ຂອງ​ພວກເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື?

Uka jalj uñjjattʼäta Copia luraña




ໂຣມ 3:3
19 Jak'a apnaqawi uñst'ayäwi  

ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


ແຕ່​ບໍ່ແມ່ນ​ວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ຈະ​ຍອມຮັບ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພວກເຮົາ?”


ເພາະວ່າ​ຂອງປະທານ​ຈາກ​ພຣະເຈົ້າ ແລະ ການ​ເອີ້ນ​ຂອງ​ພຣະອົງ​ນັ້ນ​ປ່ຽນແປງບໍ່ໄດ້.


ບໍ່ແມ່ນ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລົ້ມເຫລວ​ໄປ ເພາະວ່າ​ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຈາກ​ອິດສະຣາເອນ​ນັ້ນ​ຈະ​ເປັນ​ອິດສະຣາເອນ.


ແລະ ພວກເຮົາ​ທຸກຄົນ ຜູ້​ບໍ່​ມີ​ຜ້າປົກໜ້າ​ກໍ​ຄຳນຶງ​ເຖິງ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ກຳລັງ​ໄດ້​ຮັບ​ການປ່ຽນແປງ​ໃຫ້​ມີ​ລັກສະນະ​ເໝືອນ​ພຣະອົງ​ດ້ວຍ​ສະຫງ່າລາສີ​ທີ່​ເພີ່ມ​ທະວີ​ຂຶ້ນ ຄື​ສະຫງ່າລາສີ​ທີ່​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ພຣະວິນຍານ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ຖ້າ​ພວກເຮົາ​ບໍ່ສັດຊື່, ພຣະອົງ​ກໍ​ຍັງ​ສັດຊື່​ຢູ່, ເພາະ​ພຣະອົງ​ປະຕິເສດ​ພຣະອົງ​ເອງ​ບໍ່​ໄດ້.


ເພາະ​ພວກເຮົາ​ທັງຫລາຍ​ກໍ​ໄດ້​ຮັບ​ຂ່າວປະເສີດ​ຢ່າງ​ດຽວກັນ​ກັບ​ຄົນ​ເຫລົ່ານັ້ນ​ເໝືອນກັນ, ແຕ່​ຂໍ້ຄວາມ​ທີ່​ພວກເຂົາ​ໄດ້​ຍິນ​ນັ້ນ​ບໍ່​ເປັນ​ປະໂຫຍດ​ແກ່​ພວກເຂົາ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຮ່ວມ​ໃນ​ຄວາມເຊື່ອ​ຂອງ​ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka