Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ທີ່​ພຣະເຈົ້າ​ໄດ້​ຊົງ​ໃຫ້​ປາກົດ​ນັ້ນ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບກຳ ໂດຍ​ຄວາມເຊື່ອ​ໃນ​ພຣະ​ໂລຫິດ​ຂອງ​ພຣະອົງ ອັນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ອົດກັ້ນ​ພຣະໄທ​ໄວ້ ແລະ​ບໍ່ໄດ້​ຊົງ​ລົງໂທດ​ມະນຸດ​ທີ່​ໄດ້​ເຮັດ​ຜິດ​ໄປ​ແລ້ວ​ນັ້ນ

Uka jalj uñjjattʼäta Copia luraña




ໂຣມ 3:25
51 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ມີ​ຊີວິດ​ນິລັນດອນ.


ໃນ​ອະດີດ​ນັ້ນ, ພຣະອົງ​ປ່ອຍ​ໃຫ້​ຊົນຊາດ​ທັງປວງ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


ໃນ​ອະດີດ​ພຣະເຈົ້າ​ເບິ່ງ​ຂ້າມ​ຄວາມໂງ່​ເຊັ່ນນັ້ນ ແຕ່​ບັດນີ້ ພຣະອົງ​ໄດ້​ສັ່ງ​ມະນຸດ​ທຸກຄົນ​ໃນ​ທົ່ວ​ທຸກ​ບ່ອນ​ໃຫ້​ຖິ້ມໃຈເກົ່າເອົາໃຈໃໝ່.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.


ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?


ພຣະອົງ​ໄດ້​ເຮັດ​ຢ່າງ​ນີ້​ກໍ​ເພື່ອ​ສະແດງ​ຄວາມຍຸຕິທຳ​ຂອງ​ພຣະອົງ​ໃນ​ເວລາ​ປັດຈຸບັນ ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ຊອບທຳ ແລະ ເປັນ​ຜູ້​ທີ່​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ພຣະເຢຊູເຈົ້າ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ດ້ວຍ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ, ບັດນີ້ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະເຈົ້າ​ແລ້ວ.


ດັ່ງນັ້ນ, ການລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.


ໃນ​ເມື່ອ​ບັດນີ້​ພວກເຮົາ​ໄດ້​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ແລ້ວ​ໂດຍ​ເລືອດ​ຂອງ​ພຣະອົງ​ແລ້ວ ຫລາຍ​ກວ່າ​ນັ້ນ​ອີກ​ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜ່ານທາງ​ພຣະອົງ​ຢ່າງ​ແນ່ນອນ!


ຈົ່ງ​ກຳຈັດ​ເຊື້ອ​ເກົ່າ​ອອກ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ແປ້ງນວດ​ກ້ອນ​ໃໝ່​ທີ່​ບໍ່​ມີ​ເຊື້ອ ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ແທ້ຈິງ. ເພາະ​ພຣະຄຣິດເຈົ້າ​ຜູ້​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຖວາຍບູຊາ​ແລ້ວ.


ພຣະເຈົ້າ​ໄດ້​ກະທຳ​ໃຫ້​ພຣະອົງ​ຜູ້​ປາດສະຈາກ​ຄວາມບາບ​ນັ້ນ​ໃຫ້​ມີ​ຄວາມບາບ​ເພື່ອ​ພວກເຮົາ, ເພື່ອ​ວ່າ​ໃນ​ພຣະອົງ​ພວກເຮົາ​ຈະ​ກາຍເປັນ​ຜູ້ຊອບທຳ​ຂອງ​ພຣະເຈົ້າ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ແຕ່​ບັດນີ້ ພວກເຈົ້າ​ທັງຫລາຍ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ເມື່ອ​ກ່ອນ​ນັ້ນ​ເຄີຍ​ຢູ່​ໄກ​ແຕ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ໃກ້​ແລ້ວ​ໂດຍ​ໂລຫິດ​ຂອງ​ພຣະຄຣິດເຈົ້າ.


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ເພາະ​ເລືອດ​ແບ້ ແລະ ເລືອດ​ງົວ​ບໍ່​ສາມາດ​ລຶບລ້າງ​ບາບ​ໃຫ້​ຫມົດ​ໄປ​ໄດ້.


ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ພວກເພິ່ນ​ກຳລັງ​ຊອກຫາ​ບ້ານເມືອງ​ທີ່​ຈະ​ເປັນ​ຂອງ​ຕົນ.


ໂດຍ​ຄວາມເຊື່ອ​ເມື່ອ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ອີຊາກ​ເປັນ​ເຄື່ອງບູຊາ. ເພິ່ນ​ຜູ້​ທີ່​ໄດ້​ຮັບ​ສັນຍາ​ພ້ອມ​ທີ່​ຈະ​ຖວາຍ​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ຕົນ,


ໂດຍ​ຄວາມເຊື່ອ ເມື່ອ​ໂນອາ​ໄດ້​ຮັບ​ຄຳເຕືອນ​ເຖິງ​ສິ່ງ​ຕ່າງໆ​ທີ່​ຍັງ​ເບິ່ງ​ບໍ່​ເຫັນ, ດ້ວຍ​ຄວາມຢ້ານກົວ​ພຣະເຈົ້າ​ເພິ່ນ​ຈຶ່ງ​ໄດ້​ສ້າງ​ເຮືອ​ໃຫຍ່​ເພື່ອ​ຊ່ວຍ​ຄອບຄົວ​ຂອງ​ເພິ່ນ​ໃຫ້​ພົ້ນ. ໂດຍ​ຄວາມເຊື່ອ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຕັດສິນລົງໂທດ​ໂລກ ແລະ ໄດ້​ກາຍເປັນ​ຜູ້ສືບທອດມໍລະດົກ​ແຫ່ງ​ຄວາມຊອບທຳ​ທີ່​ມີ​ມາ​ໂດຍ​ຄວາມເຊື່ອ.


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຄຣຸບ​ແຫ່ງ​ສະຫງ່າລາສີ ກາງປີກ​ປົກຄຸມ​ຝາອັດຫີບ. ແຕ່​ພວກເຮົາ​ບໍ່​ສາມາດ​ກ່າວ​ເຖິງ​ລາຍລະອຽດ​ຂອງ​ສິ່ງ​ຕ່າງໆ​ເຫລົ່ານີ້​ໃນ​ເວລາ​ນີ້.


ຖ້າ​ພວກເຮົາ​ອ້າງ​ວ່າ​ບໍ່​ໄດ້​ເຮັດ​ບາບ ພວກເຮົາ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ ແລະ ພຣະຄຳ​ຂອງ​ພຣະອົງ​ກໍ​ບໍ່​ໄດ້​ຢູ່​ໃນ​ພວກເຮົາ​ເລີຍ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka