23 ເພາະວ່າທຸກຄົນໄດ້ເຮັດບາບ ແລະ ຂາດຈາກສະຫງ່າລາສີຂອງພຣະເຈົ້າ,
23 ດ້ວຍວ່າ, ທຸກຄົນໄດ້ເຮັດຜິດບາບ ແລະຂາດຈາກພຣະຣັດສະໝີຂອງພຣະເຈົ້າ;
ຫລາຍກວ່ານັ້ນ, ເນື່ອງຈາກພວກເຂົາບໍ່ເຫັນຄຸນຄ່າຂອງການຮູ້ຈັກພຣະເຈົ້າ ພຣະອົງຈຶ່ງປ່ອຍພວກເຂົາໃຫ້ມີຈິດໃຈຊົ່ວຊ້າ ເຮັດສິ່ງທີ່ບໍ່ສົມຄວນເຮັດ.
ດ້ວຍວ່າ ພຣະເຈົ້າໄດ້ປ່ອຍໃຫ້ມະນຸດທັງຫລາຍບໍ່ເຊື່ອຟັງ ເພື່ອວ່າພຣະອົງຈະເມດຕາພວກເຂົາທຸກຄົນ.
ບັດນີ້ ພວກເຮົາຮູ້ວ່າສິ່ງໃດທີ່ກົດບັນຍັດໄດ້ກ່າວໄວ້ກໍກ່າວແກ່ຜູ້ທີ່ຢູ່ໃຕ້ກົດບັນຍັດ, ເພື່ອວ່າທຸກປາກຈະມິດງຽບຢູ່ ແລະ ເພື່ອໃຫ້ທັງໂລກຮັບຜິດຊອບຕໍ່ພຣະເຈົ້າ.
ຖ້າດັ່ງນັ້ນແລ້ວເຮົາຈະສະຫລຸບວ່າຢ່າງໃດ? ພວກເຮົາຊາວຢິວໄດ້ປຽບກວ່າຄົນອື່ນບໍ? ບໍ່ເປັນດັ່ງນັ້ນດອກ! ເພາະເຮົາກໍໄດ້ຊີ້ໃຫ້ເຫັນແລ້ວວ່າທັງຄົນຢິວ ແລະ ຄົນຕ່າງຊາດກໍລ້ວນແຕ່ຢູ່ໃຕ້ອຳນາດຂອງຄວາມບາບເໝືອນກັນທຸກຄົນ.
ໂດຍທາງພຣະອົງ ພວກເຮົາຈຶ່ງໄດ້ເຂົ້າໃນຮົ່ມພຣະຄຸນທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ. ແລະ ພວກເຮົາຈຶ່ງຊື່ນຊົມຍິນດີໃນຄວາມຫວັງທີ່ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ.
ແຕ່ພຣະຄຳພີໄດ້ກັກທຸກສິ່ງໄວ້ຢູ່ພາຍໃຕ້ການຄວບຄຸມຂອງບາບ, ເພື່ອວ່າສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ຈະໃຫ້ແກ່ບັນດາຜູ້ທີ່ເຊື່ອໂດຍຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.
ໃຫ້ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້ພວກເຈົ້າໃຫ້ດຳເນີນຊີວິດໃຫ້ຄູ່ຄວນກັບພຣະເຈົ້າ ຜູ້ເອີ້ນເອົາພວກເຈົ້າໃຫ້ເຂົ້າມາສູ່ອານາຈັກ ແລະ ໃນສະຫງ່າລາສີຂອງພຣະອົງ.
ພຣະອົງໄດ້ເອີ້ນພວກເຈົ້າມາສູ່ສິ່ງນີ້ຜ່ານທາງຂ່າວປະເສີດທີ່ພວກເຮົາປະກາດ ເພື່ອພວກເຈົ້າຈະໄດ້ຮ່ວມໃນສະຫງ່າລາສີຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
ເຫດສະນັ້ນ ໃນເມື່ອສັນຍາວ່າດ້ວຍການເຂົ້າສູ່ການພັກສະຫງົບຂອງພຣະອົງນັ້ນຍັງຕັ້ງຢູ່, ກໍໃຫ້ພວກເຮົາທັງຫລາຍລະວັງບໍ່ໃຫ້ຄົນໃດໃນພວກເຈົ້າພາດຈາກການພັກສະຫງົບນີ້.
ແຕ່ຈົ່ງຊື່ນຊົມຍິນດີທີ່ໄດ້ຮ່ວມໃນຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ເພື່ອພວກເຈົ້າຈະໄດ້ຊື່ນຊົມຍິນດີຢ່າງລົ້ນເຫລືອເມື່ອສະຫງ່າລາສີຂອງພຣະອົງມາປາກົດ.
ເຖິງພວກຜູ້ອາວຸໂສໃນທ່າມກາງພວກເຈົ້າທັງຫລາຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຜູ້ອາວຸໂສດ້ວຍກັນ ແລະ ເປັນພະຍານຄົນໜຶ່ງໃນເລື່ອງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເປັນຜູ້ໜຶ່ງທີ່ຈະຮ່ວມໃນສະຫງ່າລາສີທີ່ຈະມາປາກົດນັ້ນວ່າ:
ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.