Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ຄວາມຊອບທຳ​ນີ້​ແມ່ນ​ໄດ້​ມາ​ຜ່ານ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ ເຊິ່ງ​ບໍ່​ມີ​ຂໍ້​ແຕກຕ່າງ​ກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.

Uka jalj uñjjattʼäta Copia luraña




ໂຣມ 3:22
30 Jak'a apnaqawi uñst'ayäwi  

“ແຕ່​ຜູ້​ເປັນ​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, ‘ໄວໆ! ຈົ່ງ​ເອົາ​ເສື້ອຄຸມ​ທີ່​ດີ​ທີ່ສຸດ​ມາ​ແລ້ວ​ນຸ່ງ​ໃຫ້​ລາວ, ຈົ່ງ​ສວມ​ແຫວນ​ໃສ່​ນິ້ວມື​ຂອງ​ລາວ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ລາວ.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.


ພຣະອົງ​ບໍ່​ໄດ້​ຈຳແນກ​ລະຫວ່າງ​ພວກເຮົາ​ກັບ​ພວກເຂົາ, ເພາະ​ພຣະອົງ​ໄດ້​ຊຳລະ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມເຊື່ອ.


ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ, ຊາຍ​ຜູ້​ນີ້​ທີ່​ພວກທ່ານ​ເຫັນ ແລະ ຮູ້ຈັກ​ຈຶ່ງ​ມີ​ແຮງ​ຂຶ້ນ​ມາ. ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ ແລະ ຄວາມເຊື່ອ​ທີ່​ມາ​ທາງ​ພຣະອົງ​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກກະຕິ​ຕາມ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ເຫັນ.


ເພາະ​ໃນ​ຂ່າວປະເສີດ​ນັ້ນ ຄວາມຊອບທຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ຮັບ​ການເປີດເຜີຍ ເປັນ​ຄວາມຊອບທຳ​ທີ່​ເລີ່ມຕົ້ນ​ດ້ວຍ​ຄວາມເຊື່ອ ແລະ ສຸດທ້າຍ​ກໍ​ດ້ວຍ​ຄວາມເຊື່ອ, ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ຄົນຊອບທຳ​ຈະ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ”.


ເພາະ​ບໍ່​ມີ​ຄວາມແຕກຕ່າງກັນ​ລະຫວ່າງ​ຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ຄົນ​ທັງປວງ ແລະ ອວຍພອນ​ຢ່າງ​ບໍລິບູນ​ແກ່​ທຸກຄົນ​ທີ່​ຮ້ອງຫາ​ພຣະອົງ,


ພຣະຄຣິດເຈົ້າ​ເປັນ​ບົດສະຫລຸບ​ສຸດທ້າຍ​ຂອງ​ກົດບັນຍັດ ເພື່ອ​ຈະ​ມີ​ຄວາມຊອບທຳ​ສຳລັບ​ທຸກຄົນ​ທີ່​ເຊື່ອ.


ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.


ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.


ເຫດສະນັ້ນ ຄຳ​ສັນຍາ​ຈຶ່ງ​ມາ​ທາງ​ຄວາມເຊື່ອ, ເພື່ອ​ວ່າ​ສິ່ງ​ທີ່​ສັນຍາ​ຈະ​ໄດ້​ເປັນ​ໂດຍ​ພຣະຄຸນ ແລະ ເປັນ​ທີ່​ວາງໃຈ​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ທຸກຄົນ, ບໍ່​ແມ່ນ​ແຕ່​ຜູ້​ທີ່​ຖື​ກົດບັນຍັດ​ເທົ່ານັ້ນ ແຕ່​ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ຢ່າງດຽວ​ກັນ​ກັບ​ອັບຣາຮາມ​ດ້ວຍ. ເພິ່ນ​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ.


ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ຖ້າ​ເປັນ​ດັ່ງນີ້​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ? ຄົນຕ່າງຊາດ​ຜູ້​ທີ່​ບໍ່​ໄດ້​ດິ້ນລົນ​ຫາ​ຄວາມຊອບທຳ​ກໍ​ຍັງ​ໄດ້​ຮັບ​ຄວາມຊອບທຳ​ຄື ຄວາມຊອບທຳ​ໂດຍ​ທາງ​ຄວາມເຊື່ອ,


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ເພາະ​ຜູ້ໃດ​ທີ່​ເຮັດໃຫ້​ພວກເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ? ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ​ມີ​ອັນໃດ​ທີ່​ພວກເຈົ້າ​ບໍ່​ໄດ້​ຮັບ? ແລະ ຖ້າ​ພວກເຈົ້າ​ໄດ້​ຮັບ​ສິ່ງ​ນັ້ນ​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ອວດອ້າງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ບໍ່​ໄດ້​ຮັບ?


ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ແຕ່​ພຣະຄຳພີ​ໄດ້​ກັກ​ທຸກ​ສິ່ງ​ໄວ້​ຢູ່​ພາຍໃຕ້​ການຄວບຄຸມ​ຂອງ​ບາບ, ເພື່ອວ່າ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ຈະ​ໃຫ້​ແກ່​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ຜ່ານທາງ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ.


ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.


ໃນ​ພຣະອົງ ແລະ ໂດຍ​ຄວາມເຊື່ອ​ໃນ​ພຣະອົງ ພວກເຮົາ​ຈຶ່ງ​ຈະ​ເຂົ້າໃກ້​ພຣະເຈົ້າ​ໄດ້​ດ້ວຍ​ເສລີພາບ ແລະ ຄວາມໝັ້ນໃຈ.


ແລະ ໄດ້​ຢູ່​ໃນ​ພຣະອົງ, ໂຕ​ເຮົາ​ເອງ​ບໍ່​ມີ​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ກົດບັນຍັດ, ແຕ່​ຄວາມຊອບທຳ​ທີ່​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ເປັນ​ຄວາມຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມເຊື່ອ.


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຂ້າທາດ ຫລື ອິດສະຫລະ ແຕ່​ພຣະຄຣິດເຈົ້າ​ເປັນ​ທຸກສິ່ງ ແລະ ຢູ່​ໃນ​ທຸກຄົນ.


ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka