ໂຣມ 3:21 - ພຣະຄຳພີລາວສະບັບສະໄໝໃໝ່21 ແຕ່ບັດນີ້ ຄວາມຊອບທຳຈາກພຣະເຈົ້າ ເຊິ່ງຢູ່ນອກກົດບັນຍັດນັ້ນໄດ້ປາກົດແຈ້ງແລ້ວ, ເຊິ່ງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍໄດ້ເປັນພະຍານເຖິງເລື່ອງນີ້. Uka jalj uñjjattʼätaພຣະຄຳພີສັກສິ21 ແຕ່ບັດນີ້ ພຣະເຈົ້າໄດ້ຊົງຊີ້ໃຫ້ເຫັນວ່າ ມະນຸດເປັນຄົນຊອບທຳຕໍ່ໜ້າພຣະອົງໄດ້ ໂດຍບໍ່ອີງໃສ່ກົດບັນຍັດ, ກົດບັນຍັດ ແລະຜູ້ທຳນວາຍກໍເປັນພະຍານເຖິງເລື່ອງນີ້. Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.