Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ບໍ່​ມີ​ຜູ້ໃດ​ທີ່​ເຂົ້າໃຈ ບໍ່​ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ບໍ່ມີ​ຄົນ​ທີ່​ເຂົ້າໃຈ ບໍ່ມີ​ຄົນ​ທີ່​ສະແຫວງ​ຫາ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 3:11
25 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.


ເຖິງ​ພວກເຂົາ​ອ້າງ​ຕົນ​ວ່າ​ເປັນ​ຄົນມີປັນຍາ ພວກເຂົາ​ກໍ​ກາຍເປັນ​ຄົນ​ໂງ່


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່​ມີ​ຈັກ​ຄົນ​ທີ່​ຊອບທຳ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ;


ທຸກຄົນ​ໄດ້​ຫັນໜີ​ໄປ, ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ; ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ, ມັນ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ມັນ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍ​ບໍ່​ໄດ້.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka