Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 2:5
40 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ສະແດງ​ຄວາມໂກດຮ້າຍ​ຈາກ​ສະຫວັນ​ຕໍ່ສູ້​ຄວາມ​ອະທຳ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ມະນຸດ ຜູ້​ທີ່​ໃຊ້​ຄວາມ​ຊົ່ວຮ້າຍ​ຂອງ​ຕົນ​ປົກປິດ​ຄວາມຈິງ,


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ຈະ​ເປັນ​ຢ່າງ​ໃດ​ຖ້າຫາກ​ວ່າ​ພຣະເຈົ້າ​ຈະ​ເລືອກ​ທີ່​ຈະ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ແລະ ເຮັດ​ໃຫ້​ລິດອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ຮູ້ຈັກ, ແຕ່​ພຣະອົງ​ໄດ້​ອົດທົນ​ອົດກັ້ນ​ຕໍ່​ຜູ້​ທີ່​ເປັນ​ເປົ້າ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເຊິ່ງ​ຈັດຕຽມ​ໄວ້​ສຳລັບ​ຄວາມຈິບຫາຍ?


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


ທັງໝົດ​ນີ້​ເປັນ​ຫລັກຖານ​ວ່າ​ການພິພາກສາ​ຂອງ​ພຣະເຈົ້າ​ນັ້ນ​ຖືກຕ້ອງ ແລະ ຜົນ​ກໍ​ຄື​ພວກເຈົ້າ​ຈະ​ໄດ້​ຖືກ​ນັບ​ວ່າ​ສົມຄວນ​ກັບ​ອານາຈັກ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ກຳລັງ​ທົນທຸກ​ຢູ່​ເພື່ອ​ອານາຈັກ​ນັ້ນ.


ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.


ຕາມ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ເໝືອນດັ່ງ ທີ່​ພວກເຈົ້າ​ໄດ້​ກະທຳ​ໃນ​ການກະບົດ”


ພຣະເຈົ້າ​ໄດ້​ກຳນົດ​ວັນ​ໜຶ່ງ​ຂຶ້ນ​ມາ​ອີກ ຄື​ວັນ​ທີ່​ເອີ້ນ​ວ່າ, “ວັນນີ້”. ສິ່ງ​ນີ້​ພຣະອົງ​ໄດ້​ກະທຳ​ເມື່ອ​ເວລາ​ດົນນານ​ຕໍ່ມາ ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ຜ່ານທາງ​ດາວິດ​ເໝືອນ​ທີ່​ໄດ້​ກ່າວ​ໄວ້​ກ່ອນ​ແລ້ວ​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ, ຢ່າ​ເຮັດ​ໃຫ້​ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ”.


ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.


ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ຫນ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.


ເຮົາ​ໄດ້​ໃຫ້​ໂອກາດ​ຍິງ​ນັ້ນ​ກັບໃຈ​ຈາກ​ການ​ຜິດສິນທຳ​ຂອງ​ນາງ, ແຕ່​ນາງ​ກໍ​ບໍ່​ຍອມ.


ເພາະ​ວັນ​ຍິ່ງໃຫຍ່​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ ແລະ ຜູ້ໃດ​ຈະ​ສາມາດ​ທົນ​ຕໍ່​ວັນ​ນັ້ນ​ໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka