Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:27 - ພຣະຄຳພີລາວສະບັບສະໄໝໃໝ່

27 ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

27 ເຖິງ​ແມ່ນ​ວ່າ ເຈົ້າ​ທັງຫລາຍ​ມີ​ກົດບັນຍັດ​ທີ່​ຈາລຶກ​ໄວ້ ແລະ​ໄດ້​ຮັບ​ພິທີຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະເມີດ​ຕໍ່​ກົດບັນຍັດ​ນັ້ນ ຝ່າຍ​ຄົນ​ທຳມະດາ​ສາມັນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ, ພວກເຂົາ​ກໍ​ຍັງ​ຖື​ຮັກສາ​ກົດບັນຍັດ​ຢູ່ ພວກເຂົາ​ນັ້ນ​ແຫຼະ ຈະ​ກ່າວໂທດ​ໃສ່​ເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 2:27
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.


ຫລັງຈາກ​ທີ່​ພຣະເຈົ້າ​ໄດ້​ປົດ​ໂຊນ​ລົງ​ແລ້ວ, ພຣະອົງ​ກໍ​ຕັ້ງ​ດາວິດ​ຂຶ້ນ​ເປັນ​ກະສັດ. ພຣະເຈົ້າ​ໄດ້​ເປັນ​ພະຍານ​ກ່ຽວກັບ​ດາວິດ​ວ່າ: ‘ເຮົາ​ໄດ້​ພົບ​ດາວິດ​ລູກຊາຍ​ຂອງ​ເຢຊີ, ເປັນ​ຜູ້​ທີ່​ຕາມ​ໃຈ​ເຮົາ, ລາວ​ຈະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ລາວ​ເຮັດ’.


ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ເຫດສະນັ້ນ ການ​ມີ​ຄວາມຮັກ​ຈຶ່ງ​ເປັນ​ການປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.


ເພາະ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ​ຂໍ້ກຳນົດ​ຕ່າງໆ​ຂອງ​ກົດບັນຍັດ ໄດ້​ຈາລຶກ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຂົາ, ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເປັນ​ພະຍານ​ເໝືອນກັນ ແລະ ຄວາມຄິດ​ຂອງ​ພວກເຂົາ​ນັ້ນ​ແຫລະ​ທີ່​ກ່າວໂທດ ຫລື ຈະ​ແກ້ໂຕ​ໃຫ້​ພວກເຂົາ.)


ເປັນ​ຜູ້ສອນ​ຄົນໂງ່, ເປັນ​ຄູສອນ​ເດັກນ້ອຍ ເພາະ​ເຈົ້າ​ມີ​ຄວາມຮູ້ ແລະ ຄວາມຈິງ​ທີ່​ຢູ່​ໃນ​ກົດບັນຍັດ


ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.


ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ຕາມ​ຂໍ້ກຳນົດ​ຂອງ​ກົດບັນຍັດ ຈະ​ຖື​ວ່າ​ພວກເຂົາ​ໄດ້​ຮັບພິທີຕັດ​ແລ້ວ​ບໍ່​ແມ່ນ​ບໍ?


ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.


ດ້ວຍວ່າ ມີ​ພຣະເຈົ້າ​ພຽງ​ແຕ່​ອົງ​ດຽວ, ພຣະອົງ​ຈະ​ຖືວ່າ​ຄົນ​ທີ່​ຮັບພິທີຕັດ​ນັ້ນ​ເປັນຄົນຊອບທຳ​ໂດຍ​ຄວາມເຊື່ອ ແລະ ຈະ​ຖືວ່າ​ຄົນ​ທີ່​ບໍ່ຮັບພິທີຕັດ​ກໍ​ເປັນ​ຄົນຊອບທຳ​ໂດຍ​ທາງ​ຄວາມເຊື່ອ​ເໝືອນກັນ.


ເພື່ອ​ຂໍ້ກຳນົດ​ອັນ​ຊອບທຳ​ຂອງ​ກົດບັນຍັດ​ຈະ​ໄດ້​ສຳເລັດ​ຄົບຖ້ວນ​ໃນ​ພວກເຮົາ​ທັງຫລາຍ ຜູ້​ທີ່​ບໍ່​ດຳເນີນຊີວິດ​ຕາມ​ທຳມະຊາດ​ບາບ ແຕ່​ດຳເນີນຊີວິດ​ຕາມ​ພຣະວິນຍານບໍລິສຸດເຈົ້າ.


ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.


ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.


ເພາະ​ກົດບັນຍັດ​ທັງໝົດ​ກໍ​ສຳເລັດ​ໄດ້​ດ້ວຍ​ການຮັກສາ​ຄຳສັ່ງ​ອັນດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.


ເຫດສະນັ້ນ, ຈົ່ງ​ລະນຶກ​ວ່າ​ແຕ່ກ່ອນ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງຊາດ​ໂດຍ​ກຳເນີດ ແລະ ເປັນ​ບັນດາ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ “ຝ່າຍ​ຮັບ​ພິທີຕັດ” (ເຊິ່ງ​ໄດ້​ເຮັດ​ໃນ​ຮ່າງກາຍ​ດ້ວຍ​ມື​ມະນຸດ) ເອີ້ນ​ພວກເຈົ້າ​ວ່າ “ຝ່າຍ​ບໍ່​ຮັບ​ພິທີຕັດ”


ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.


ໂດຍ​ຄວາມເຊື່ອ​ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ຈັກກະວານ​ໄດ້​ຖືກສ້າງຂຶ້ນ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ, ດັ່ງນັ້ນ​ສິ່ງ​ທີ່​ເບິ່ງເຫັນ​ຢູ່​ຈຶ່ງ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ພວກເຮົາ​ເຫັນ​ໄດ້​ດ້ວຍ​ຕາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka