Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:24 - ພຣະຄຳພີລາວສະບັບສະໄໝໃໝ່

24 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ​ກໍ​ເພາະ​ພວກເຈົ້າ​ທັງຫລາຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ໂຣມ 2:24
11 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ໂລກ​ນີ້ ເພາະ​ເປັນ​ສິ່ງ​ພາ​ໃຫ້​ມະນຸດ​ຕົກ​ໃນ​ບາບ! ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວິບັດ​ແກ່​ຄົນ​ນັ້ນ​ທີ່​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ!


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ແນະນຳ​ບັນດາ​ແມ່ໝ້າຍ​ໜຸ່ມ​ໃຫ້​ແຕ່ງງານ, ໃຫ້​ມີ​ລູກ, ໃຫ້​ເບິ່ງແຍງ​ເຮືອນ​ຂອງ​ຕົນ ແລະ ເພື່ອ​ບໍ່​ໃຫ້​ສັດຕູ​ມີ​ໂອກາດ​ໃສ່ຮ້າຍປ້າຍສີ​ໄດ້.


ທຸກຄົນ​ທີ່​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້າທາດ​ຄວນ​ຖື​ວ່າ​ນາຍ​ຂອງ​ຕົນ​ສົມຄວນ​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຢ່າງ​ເຕັມທີ່, ເພື່ອ​ວ່າ​ນາມ​ຂອງ​ພຣະເຈົ້າ ແລະ ຄຳສັ່ງສອນ​ຂອງ​ພວກເຮົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນເອງ​ໄດ້ ແລະ ເປັນ​ຜູ້​ບໍລິສຸດ, ໃຫ້​ເປັນ​ຄົນ​ເອົາໃຈໃສ່​ເບິ່ງແຍງ​ເຮືອນ, ມີ​ເມດຕາ ແລະ ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ກ່າວຮ້າຍ​ພຣະທຳ​ຂອງ​ພຣະເຈົ້າ​ໄດ້.


ແລະ ໃຊ້​ຖ້ອຍຄຳ​ອັນ​ມີ​ຫລັກ​ທີ່​ບໍ່​ມີ​ຜູ້ໃດ​ຕຳໜິ​ໄດ້ ເພື່ອ​ວ່າ​ຜູ້​ທີ່​ຄັດຄ້ານ​ເຈົ້າ​ນັ້ນ​ຈະ​ໄດ້​ຮັບ​ຄວາມອັບອາຍ ເພາະ​ພວກເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ເວົ້າ​ບໍ່​ດີ​ກ່ຽວກັບ​ພວກເຮົາ​ໄດ້.


ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka