Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເຈົ້າ​ກ່າວ​ອ້າງ​ເຖິງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າ​ເສຍກຽດ ໂດຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຊັ້ນບໍ?

Uka jalj uñjjattʼäta Copia luraña




ໂຣມ 2:23
14 Jak'a apnaqawi uñst'ayäwi  

ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


“ແຕ່​ຢ່າ​ຄິດ​ວ່າ​ເຮົາ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະບິດາເຈົ້າ. ຜູ້​ທີ່​ຟ້ອງ​ພວກເຈົ້າ​ຄື​ໂມເຊ ຜູ້​ທີ່​ພວກເຈົ້າ​ໄດ້​ມອບ​ຄວາມຫວັງ​ໄວ້​ນໍາ​ນັ້ນ.


ແຕ່​ຖ້າ​ພວກເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄົນ​ຢິວ, ຖ້າ​ພວກເຈົ້າ​ເພິ່ງພາ​ກົດບັນຍັດ ແລະ ອວດອ້າງ​ວ່າ​ພວກເຈົ້າ​ມີ​ຄວາມສຳພັນ​ໃກ້ຊິດ​ກັບ​ພຣະເຈົ້າ,


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.


ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka