Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ແລ້ວ​ພວກເຈົ້າ​ຜູ້​ສອນ​ຄົນອື່ນ​ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ສອນ​ຕົນ​ເອງ? ພວກເຈົ້າ​ຜູ້​ເທດສະໜາ​ວ່າ​ຢ່າລັກ, ແຕ່​ພວກເຈົ້າ​ຍັງ​ລັກ​ຢູ່​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເມື່ອ​ເຈົ້າ​ສອນ​ຄົນອື່ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ສອນ​ຕົນເອງ​ກ່ອນ? ເຈົ້າ​ເທດສະໜາ​ວ່າ, “ຢ່າ​ລັກ” ແຕ່​ເຈົ້າ​ຍັງ​ລັກ​ຢູ່​ຊັ້ນບໍ?

Uka jalj uñjjattʼäta Copia luraña




ໂຣມ 2:21
16 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ການອະທິຖານ’ ແຕ່​ພວກເຈົ້າ​ກຳລັງ​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ແກ່​ພວກເຈົ້າ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ, ເພາະວ່າ​ພວກເຈົ້າ​ວາງ​ພາລະໜັກ​ທີ່​ແບກ​ເກືອບ​ບໍ່​ໄຫວ​ແກ່​ຄົນ​ອື່ນ, ສ່ວນ​ພວກເຈົ້າ​ເອງ​ແມ່ນ​ແຕ່​ມື​ນິ້ວ​ດຽວ​ກໍ​ບໍ່​ຍົກ​ຊ່ວຍ​ພວກເຂົາ.


“ຄົນຮັບໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຕຽມພ້ອມ ແລະ ບໍ່​ເຮັດ​ໃນ​ສິ່ງ​ທີ່​ນາຍ​ຕ້ອງການ​ກໍ​ຈະ​ຕ້ອງ​ຖືກ​ຂ້ຽນຕີ​ຢ່າງ​ໜັກ.


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຮັບໃຊ້​ຊົ່ວຊ້າ! ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ຈາກ​ຄຳເວົ້າ​ຂອງ​ເຈົ້າ​ເອງ. ເຈົ້າ​ຮູ້ຈັກ​ວ່າ​ເຮົາ​ເປັນ​ຄົນ​ເຄັ່ງຄັດ, ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ເຮົາ​ເອງ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ?


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ແນ່ນອນ ພວກເຈົ້າ​ຄົງ​ຈະ​ຍົກ​ສຸພາສິດ​ນີ້​ກ່າວ​ຕໍ່​ເຮົາ​ວ່າ: ‘ທ່ານ​ໝໍ, ຈົ່ງ​ປິ່ນປົວ​ຕົນ​ເອງ​ສາ!’ ແລະ ພວກເຈົ້າ​ຈະ​ເວົ້າ​ຕໍ່​ເຮົາ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ​ວ່າ​ທ່ານ​ເຮັດ​ຢູ່​ໃນ​ເມືອງ​ກາເປນາອູມ​ນັ້ນ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ບ່ອນ​ນີ້​ເໝືອນກັນ’”.


ບໍ່​ແມ່ນ​ດອກ, ເຮົາ​ຝຶກຝົນ​ຮ່າງກາຍ​ຂອງ​ເຮົາ ແລະ ເຮັດ​ໃຫ້​ມັນ​ເປັນ​ທາດ​ຂອງ​ເຮົາ ເພື່ອ​ວ່າ​ຫລັງ​ຈາກ​ທີ່​ເຮົາ​ໄດ້​ປະກາດ​ແກ່​ຄົນ​ອື່ນໆ​ແລ້ວ, ເຮົາ​ເອງ​ຈະ​ບໍ່​ຖືກ​ຂາດ​ຄຸນສົມບັດ​ສຳລັບ​ລາງວັນ​ນັ້ນ.


ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka