Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ແຕ່​ຖ້າ​ພວກເຈົ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄົນ​ຢິວ, ຖ້າ​ພວກເຈົ້າ​ເພິ່ງພາ​ກົດບັນຍັດ ແລະ ອວດອ້າງ​ວ່າ​ພວກເຈົ້າ​ມີ​ຄວາມສຳພັນ​ໃກ້ຊິດ​ກັບ​ພຣະເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ,

Uka jalj uñjjattʼäta Copia luraña




ໂຣມ 2:17
27 Jak'a apnaqawi uñst'ayäwi  

ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຈົ່ງ​ປະຕິບັດ​ຕາມ​ນີ້​ແລ້ວ​ທ່ານ​ຈະ​ໄດ້​ຊີວິດ”.


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


“ແຕ່​ຢ່າ​ຄິດ​ວ່າ​ເຮົາ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະບິດາເຈົ້າ. ຜູ້​ທີ່​ຟ້ອງ​ພວກເຈົ້າ​ຄື​ໂມເຊ ຜູ້​ທີ່​ພວກເຈົ້າ​ໄດ້​ມອບ​ຄວາມຫວັງ​ໄວ້​ນໍາ​ນັ້ນ.


ໂມເຊ​ບໍ່​ໄດ້​ໃຫ້​ກົດບັນຍັດ​ແກ່​ພວກເຈົ້າ​ບໍ? ແຕ່​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ຮັກສາ​ກົດບັນຍັດ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທີ່​ຈະ​ຂ້າ​ເຮົາ?”


ພວກເຂົາ​ຕອບ​ວ່າ, “ພວກເຮົາ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ແລະ ບໍ່​ເຄີຍ​ເປັນ​ຂ້າທາດ​ຂອງ​ຜູ້ໃດ. ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ​ພວກເຮົາ​ຈະ​ເປັນ​ອິດສະຫລະ?”


ພວກເຈົ້າ​ກຳລັງ​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ເອງ​ໄດ້​ເຮັດ”. ພວກເຂົາ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ແມ່ນ​ລູກ​ທີ່​ເກີດ​ນອກກົດໝາຍ ພວກເຮົາ​ມີ​ພຣະບິດາເຈົ້າ​ອົງ​ດຽວ​ຄື​ພຣະເຈົ້າ​ເທົ່ານັ້ນ”.


ພວກເຈົ້າ​ຜູ້​ອວດອ້າງ​ໃນ​ກົດບັນຍັດ ແຕ່​ພວກເຈົ້າ​ເອງ​ໝິ່ນປະໝາດ​ພຣະເຈົ້າ​ໂດຍ​ຝ່າຝືນ​ກົດບັນຍັດ​ບໍ?


ເມື່ອ​ເປັນ​ຢ່າງນີ້​ແລ້ວ ເຮົາ​ມີ​ສິ່ງໃດ​ທີ່​ຈະ​ອວດອ້າງ​ໄດ້? ບໍ່​ມີ​ເລີຍ ຈະ​ອ້າງ​ສິ່ງໃດ​ເປັນ​ຫລັກ? ຈະ​ອ້າງ​ວ່າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ? ບໍ່​ດອກ, ແຕ່​ໂດຍ​ການ​ອ້າງ​ຄວາມເຊື່ອ​ເປັນ​ຫລັກ.


ເປັນຫຍັງ​ຈຶ່ງ​ບໍ່​ໄດ້? ກໍ​ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ດິ້ນລົນ​ຫາ​ດ້ວຍ​ຄວາມເຊື່ອ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ໄດ້​ມາ​ດ້ວຍ​ການປະຕິບັດ. ພວກເຂົາ​ຈຶ່ງ​ສະດຸດ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຊູນສະດຸດ​ນັ້ນ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ຊາວ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ. ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


“ພວກເຮົາ​ຜູ້​ທີ່​ເປັນ​ຄົນຢິວ​ໂດຍ​ກຳເນີດ ແລະ ບໍ່​ແມ່ນ​ຄົນຕ່າງຊາດ​ທີ່​ມີ​ບາບ


ເຫດສະນັ້ນ, ຈົ່ງ​ລະນຶກ​ວ່າ​ແຕ່ກ່ອນ​ພວກເຈົ້າ​ເຄີຍ​ເປັນ​ຄົນຕ່າງຊາດ​ໂດຍ​ກຳເນີດ ແລະ ເປັນ​ບັນດາ​ຜູ້​ທີ່​ເອີ້ນ​ຕົນເອງ​ວ່າ “ຝ່າຍ​ຮັບ​ພິທີຕັດ” (ເຊິ່ງ​ໄດ້​ເຮັດ​ໃນ​ຮ່າງກາຍ​ດ້ວຍ​ມື​ມະນຸດ) ເອີ້ນ​ພວກເຈົ້າ​ວ່າ “ຝ່າຍ​ບໍ່​ຮັບ​ພິທີຕັດ”


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ຖື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ ດາວ​ທັງ​ເຈັດ​ດວງ. ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ, ເຈົ້າ​ມີ​ຊື່ສຽງ​ໃນ​ການ​ມີຊີວິດ​ຢູ່ ແຕ່​ເຈົ້າ​ໄດ້​ຕາຍ​ແລ້ວ.


ເຮົາ​ຈະ​ເຮັດໃຫ້​ບັນດາ​ຜູ້​ເປັນ​ທຳມະສາລາ​ຂອງ​ຊາຕານ, ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນຢິວ​ທັງ​ທີ່​ພວກເຂົາ​ບໍ່​ໄດ້​ເປັນ, ແຕ່​ເປັນ​ຄົນຂີ້ຕົວະ, ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ມາ ແລະ ຂາບ​ລົງ​ທີ່​ຕີນ​ຂອງ​ເຈົ້າ ແລະ ຮັບຮູ້​ວ່າ​ເຮົາ​ຮັກ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka