11 ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດ.
11 ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດເລີຍ.
ພວກເຂົາຈຶ່ງໃຊ້ພວກລູກສິດຂອງພວກເຂົາພ້ອມກັບກຸ່ມສະໜັບສະໜູນເຮໂຣດບາງຄົນໄປຫາພຣະອົງ. ພວກເຂົາເວົ້າວ່າ, “ອາຈານເອີຍ, ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ ແລະ ທ່ານໄດ້ສອນທາງຂອງພຣະເຈົ້າຕາມຄວາມຈິງ. ທ່ານບໍ່ໄດ້ຖືກຊັກຈູງໂດຍຄົນອື່ນ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ.
ດັ່ງນັ້ນ ພວກສອດແນມຈຶ່ງມາຖາມພຣະອົງວ່າ, “ທ່ານອາຈານ, ພວກເຮົາຮູ້ວ່າທ່ານກ່າວ ແລະ ສອນສິ່ງທີ່ຖືກຕ້ອງ ແລະ ທ່ານບໍ່ໄດ້ສະແດງຄວາມລຳອຽງ ແຕ່ສອນທາງຂອງພຣະເຈົ້າຕາມຄວາມຈິງ.
ແລ້ວເປໂຕຈຶ່ງເລີ່ມຕົ້ນກ່າວວ່າ: “ບັດນີ້ ຂ້າພະເຈົ້າຮູ້ຈັກຄັກແລ້ວວ່າ, ພຣະເຈົ້າບໍ່ໄດ້ສະແດງຄວາມລຳອຽງ
ແລ້ວພວກເຮົາຈະວ່າຢ່າງໃດ? ພຣະເຈົ້າບໍ່ຍຸຕິທຳບໍ? ບໍ່ແມ່ນດອກ!
ສຳລັບບັນດາຜູ້ທີ່ໄດ້ຮັບການຍົກຍ້ອງຢ່າງສູງ, ບໍ່ວ່າພວກເຂົາຈະເປັນຢ່າງໃດກໍບໍ່ແຕກຕ່າງຫຍັງສຳລັບເຮົາ; ພຣະເຈົ້າບໍ່ໄດ້ສະແດງຄວາມລຳອຽງ ພວກເຂົາກໍບໍ່ໄດ້ເພີ່ມເຕີມສິ່ງໃດແກ່ຂໍ້ຄວາມຂອງເຮົາ.
ແລະ ຜູ້ທີ່ເປັນນາຍ ກໍຈົ່ງປະຕິບັດຕໍ່ຂ້າທາດຂອງຕົນໃນທຳນອງດຽວກັນນີ້. ຢ່າຂົ່ມຂູ່ພວກເຂົາ, ດ້ວຍວ່າພວກເຈົ້າກໍຮູ້ແລ້ວວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ເຈົ້ານາຍຂອງພວກເຈົ້ານັ້ນຢູ່ໃນສະຫວັນ ແລະ ພຣະອົງບໍ່ໄດ້ມີຄວາມລຳອຽງ.
ຜູ້ໃດທີ່ເຮັດຜິດກໍຈະໄດ້ຮັບຜົນຕອບສະໜອງຕາມຄວາມຜິດຂອງຕົນ ແລະ ຈະບໍ່ມີການລຳອຽງເຂົ້າຂ້າງຜູ້ໃດ.
ເມື່ອພວກເຈົ້າຂໍຕໍ່ພຣະບິດາເຈົ້າຜູ້ຕັດສິນການກະທຳຂອງແຕ່ລະຄົນໂດຍບໍ່ເລືອກໜ້າຜູ້ໃດ ກໍຈົ່ງດຳເນີນຊີວິດໃນຖານະທີ່ເປັນຄົນຕ່າງດ້າວດ້ວຍຄວາມຢຳເກງ.