Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ສະຫງ່າລາສີ, ກຽດຕິຍົດ ແລະ ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ສະຫງ່າຣາສີ ແລະ​ກຽດຕິຍົດ​ກັບ​ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຣມ 2:10
45 Jak'a apnaqawi uñst'ayäwi  

ຖ້າ​ເຮືອນ​ນັ້ນ​ຕ້ອນຮັບ​ພວກເຈົ້າ​ຢ່າງ​ດີ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ພວກເຈົ້າ​ຢູ່​ກັບ​ເຮືອນ​ນັ້ນ, ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ, ສັນຕິສຸກ​ນັ້ນ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກເຈົ້າ.


ເພື່ອ​ສ່ອງສະຫວ່າງ​ແກ່​ບັນດາ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ຄວາມມືດ ແລະ ຢູ່​ໃນ​ເງົາ​ຂອງ​ຄວາມຕາຍ, ເພື່ອ​ຈະ​ນຳພາ​ຕີນ​ຂອງ​ພວກເຮົາ​ໄປ​ສູ່​ທາງ​ແຫ່ງ​ສັນຕິສຸກ”.


ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.


ແລະ ໄດ້​ກ່າວ​ວ່າ, “ຖ້າ​ພຽງແຕ່​ເຈົ້າ​ໄດ້​ຮູ້​ໃນ​ວັນນີ້​ວ່າ​ອັນ​ໃດ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ເຈົ້າ ແຕ່​ບັດນີ້​ສິ່ງ​ນັ້ນ​ໄດ້​ຖືກ​ປິດບັງ​ຈາກ​ສາຍຕາ​ຂອງ​ເຈົ້າ​ແລ້ວ.


ເມື່ອ​ເຖິງ​ເວລາ​ແລ້ວ, ພຣະເຢຊູເຈົ້າ​ກໍ​ໄດ້​ນັ່ງ​ຮ່ວມ​ໂຕະ​ກັບ​ພວກ​ອັກຄະສາວົກ.


ແລ້ວ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ນີ້​ໃນ​ນາມ​ຂອງ​ເຮົາ​ກໍ​ຕ້ອນຮັບ​ເຮົາ ແລະ ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ເພາະ​ວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ພວກເຈົ້າ​ທັງໝົດ​ຄື​ຜູ້​ຍິ່ງໃຫຍ່​ທີ່ສຸດ”.


ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.


ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ແຕ່​ຍອມຮັບ​ຄົນ​ຈາກ​ທຸກ​ຊາດ​ທີ່​ຢຳເກງ​ພຣະອົງ ແລະ ເຮັດ​ສິ່ງ​ທີ່​ຖືກຕ້ອງ.


ດ້ວຍວ່າ ອານາຈັກ​ຂອງ​ພຣະເຈົ້າ​ບໍ່ແມ່ນ​ເລື່ອງ​ຂອງ​ການກິນ ແລະ ການດື່ມ ແຕ່​ເປັນ​ເລື່ອງ​ຂອງ​ຄວາມຊອບທຳ, ສັນຕິສຸກ ແລະ ຄວາມຊື່ນຊົມຍິນດີ​ໃນ​ພຣະວິນຍານບໍລິສຸດເຈົ້າ,


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ຄວາມຫວັງ​ເຮັດ​ໃຫ້​ພວກເຈົ້າ​ບໍລິບູນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ສັນຕິສຸກ​ທັງປວງ​ເໝືອນ​ທີ່​ພວກເຈົ້າ​ວາງໃຈ​ໃນ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ເຕັມລົ້ນ​ດ້ວຍ​ຄວາມຫວັງ​ໂດຍ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ຄື: ພວກ​ຢິວ​ກ່ອນ ຕໍ່ມາ​ກໍ​ແມ່ນ​ຄົນຕ່າງຊາດ;


ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,


ຈິດໃຈ​ທີ່​ຖືກ​ຄວບຄຸມ​ໂດຍ​ເນື້ອໜັງ​ກໍ​ນໍາ​ໄປ​ສູ່​ຄວາມຕາຍ ແຕ່​ຈິດໃຈ​ທີ່​ຄວບຄຸມ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ນໍາ​ໄປ​ສູ່​ຊີວິດ ແລະ ສັນຕິສຸກ,


ຊ່າງປັ້ນໝໍ້​ນັ້ນ​ບໍ່​ມີ​ສິດ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາຊະນະ​ເພື່ອ​ວັດຖຸປະສົງ​ພິເສດ ແລະ ປັ້ນ​ເປັນ​ພາຊະນະ​ເພື່ອ​ໃຊ້​ງານ​ທົ່ວໄປ​ບໍ?


ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ?


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.


ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


ພຣະອົງ​ເຮັດ​ພວກເຂົາ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ໜ້ອຍດຽວ​ເທົ່ານັ້ນ, ພຣະອົງ​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ໃຫ້​ແກ່​ພວກເຂົາ


ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຄວາມເຊື່ອ ແລະ ການປະຕິບັດ​ຂອງ​ເພິ່ນ​ກໍ​ເຮັດ​ຄຽງຄູ່​ກັນ​ໄປ ແລະ ຄວາມເຊື່ອ​ຂອງ​ເພິ່ນ​ຄົບຖ້ວນ​ສົມບູນ​ໂດຍ​ສິ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ.


ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka