Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.

Uka jalj uñjjattʼäta Copia luraña




ໂຣມ 2:1
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຊາຍ​ເອີຍ, ຜູ້ໃດ​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ພິພາກສາ ຫລື ເປັນ​ຜູ້​ແບ່ງ​ມໍລະດົກ​ລະຫວ່າງ​ພວກເຈົ້າ?”


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຮັບໃຊ້​ຊົ່ວຊ້າ! ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ​ຈາກ​ຄຳເວົ້າ​ຂອງ​ເຈົ້າ​ເອງ. ເຈົ້າ​ຮູ້ຈັກ​ວ່າ​ເຮົາ​ເປັນ​ຄົນ​ເຄັ່ງຄັດ, ເກັບ​ກຳໄລ​ຈາກ​ທຸລະກິດ​ທີ່​ເຮົາ​ເອງ​ບໍ່​ໄດ້​ລົງ​ທຶນ ແລະ ເກັບກ່ຽວ​ຜົນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ?


“ຢ່າ​ຕັດສິນ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ຕັດສິນ. ຢ່າ​ກ່າວໂທດ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ກ່າວໂທດ. ຈົ່ງ​ຍົກໂທດ​ໃຫ້​ຄົນ​ອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ການຍົກໂທດ.


ດັ່ງນັ້ນ ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຊື່ອ​ກ່ຽວກັບ​ເລື່ອງ​ເຫລົ່ານີ້ ຈົ່ງ​ຢຶດຖື​ໄວ້​ເປັນ​ເລື່ອງ​ລະຫວ່າງ​ພວກເຈົ້າ​ເອງ​ກັບ​ພຣະເຈົ້າ. ຄວາມສຸກ​ມີ​ແກ່​ຜູ້​ທີ່​ບໍ່​ກ່າວ​ໂທດ​ຕົນ​ເອງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ວ່າ​ດີ.


ພວກເຮົາ​ຮູ້​ຢູ່​ວ່າ​ການ​ທີ່​ພຣະເຈົ້າ​ພິພາກສາ​ລົງໂທດ​ຜູ້​ທີ່​ເຮັດ​ຢ່າງ​ນັ້ນ​ແມ່ນ​ອີງໃສ່​ຄວາມຈິງ.


ດັ່ງນັ້ນ ເມື່ອ​ເຈົ້າ​ຜູ້​ເປັນ​ພຽງ​ແຕ່​ມະນຸດ​ທີ່​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ​ກັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ຈະ​ໜີ​ຈາກ​ການພິພາກສາລົງໂທດ​ຂອງ​ພຣະເຈົ້າ​ໄດ້​ບໍ?


ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.


ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ຜົວ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້? ຫລື ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ຈະ​ຊ່ວຍ​ເມຍ​ຂອງ​ຕົນ​ໃຫ້​ພົ້ນ​ໄດ້?


ຄົນໂງ່​ເອີຍ, ພວກເຈົ້າ​ຕ້ອງການ​ຫລັກຖານ​ວ່າ​ຄວາມເຊື່ອ​ທີ່​ບໍ່​ມີ​ການປະຕິບັດ​ນັ້ນ​ໄຮ້ປະໂຫຍດ​ແມ່ນ​ບໍ?


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka