Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອູຣະບານ​ເພື່ອນຮ່ວມງານ​ຂອງ​ພວກເຮົາ​ໃນ​ພຣະຄຣິດເຈົ້າ ແລະ ຊະຕາຂີ​ເພື່ອນ​ທີ່ຮັກ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອູຣະບານ ຜູ້​ຮ່ວມ​ງານ​ໃນ​ພາລະກິດ​ຂອງ​ພຣະຄຣິດ​ກັບ​ພວກເຮົາ ແລະ​ພ້ອມ​ທັງ​ທ່ານ​ຊະຕາຂີ ເພື່ອນ​ທີ່ຮັກ​ຂອງເຮົາ.

Uka jalj uñjjattʼäta Copia luraña




ໂຣມ 16:9
9 Jak'a apnaqawi uñst'ayäwi  

ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອັນດາໂຣນິໂກ ແລະ ນາງ​ຢູເນຍ ຍາດຕິພີ່ນ້ອງ​ຂອງ​ເຮົາ​ທີ່​ເຄີຍ​ຕິດ​ຄຸກ​ກັບ​ເຮົາ. ພວກເພິ່ນ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ແລະ ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ​ກ່ອນ​ເຮົາ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອຳເປຍ ຜູ້​ເປັນ​ທີ່ຮັກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ເຮົາ​ຮູ້​ຈັກ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະຄຣິດເຈົ້າ ເຊິ່ງ​ສິບສີ່​ປີ​ຜ່ານ​ມາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຍັງ​ສະຫວັນ​ຊັ້ນ​ທີສາມ. ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ຮູ້.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ຄຣິສຕະຈັກ​ຕ່າງໆ​ໃນ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເປັນການສ່ວນຕົວ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka