Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ຄຣິສຕະຈັກ​ທີ່​ນະມັດສະການ​ຢູ່​ໃນ​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ເອປາຍເນດ ເພື່ອນ​ທີ່ຮັກ​ຂອງເຮົາ ເພິ່ນ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ເຊື່ອ​ໃນ​ພຣະຄຣິດ.

Uka jalj uñjjattʼäta Copia luraña




ໂຣມ 16:5
20 Jak'a apnaqawi uñst'ayäwi  

ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.


ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,


ຖ້າ​ແປ້ງ​ສ່ວນ​ທີ່​ໄດ້​ຖວາຍ​ເປັນ​ຜົນທຳອິດ​ນັ້ນ​ບໍລິສຸດ ແປ້ງ​ທັງກ້ອນ​ນັ້ນ​ກໍ​ຍ່ອມ​ບໍລິສຸດ, ຖ້າ​ຮາກ​ຕົ້ນໄມ້​ບໍລິສຸດ ກິ່ງ​ທັງໝົດ​ກໍ​ບໍລິສຸດ​ເໝືອນກັນ.


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ແມ່ຍິງ​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເປຊີດາ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ແມ່ຍິງ​ອີກ​ຄົນ​ໜຶ່ງ​ທີ່ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ.


ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ເພື່ອ​ພວກເຈົ້າ​ທັງຫລາຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອຳເປຍ ຜູ້​ເປັນ​ທີ່ຮັກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.


ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ໄປ​ຍັງ​ພີ່ນ້ອງ​ທັງຫລາຍ​ທີ່​ຢູ່​ເມືອງ​ລາວດີເກອາ ແລະ ເຖິງ​ນາງ​ນິມຟາ ແລະ ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ​ເໝືອນກັນ.


ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:


ພຣະອົງ​ເລືອກ​ທີ່​ຈະ​ໃຫ້​ພວກເຮົາ​ບັງເກີດ​ຜ່ານ​ທາງ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ເພື່ອ​ພວກເຮົາ​ຈະ​ໄດ້​ເປັນ​ຜົນທຳອິດ​ຂອງ​ທຸກສິ່ງ​ທີ່​ໄດ້​ພຣະອົງ​ສ້າງ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.


ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka