Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຊຶ່ງ​ໄດ້​ສ່ຽງ​ຊີວິດ​ຂອງ​ພວກເພິ່ນ​ປ້ອງກັນ​ຊີວິດ​ຂອງເຮົາ, ບໍ່ແມ່ນແຕ່​ເຮົາ​ພຽງ​ຄົນ​ດຽວ​ທີ່​ສະແດງ​ຄວາມ​ຂອບໃຈ​ຕໍ່​ທ່ານ​ທັງສອງ​ນີ້ ແຕ່​ລວມທັງ​ຄຣິສຕະຈັກ​ທຸກ​ແຫ່ງ​ຂອງ​ຄົນຕ່າງຊາດ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຣມ 16:4
17 Jak'a apnaqawi uñst'ayäwi  

ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.


ຄື​ຜູ້​ທີ່​ຍອມ​ເສຍສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນແກ່​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພວກເພິ່ນ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ, ໜູນໃຈ​ຄຣິສຕະຈັກ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.


ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານ​ຂອງ​ເຮົາ​ໃນ​ພຣະເຢຊູຄຣິດເຈົ້າ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.


ຫາ​ຍາກ​ທີ່ສຸດ​ຈະ​ມີ​ຄົນ​ຍອມ​ຕາຍ​ເພື່ອ​ຄົນຊອບທຳ, ເຖິງ​ວ່າ​ອາດ​ຈະ​ມີ​ບາງຄົນ​ກ້າ​ຕາຍ​ເພື່ອ​ຄົນ​ດີ​ກໍ​ໄດ້.


ບັດນີ້ ກ່ຽວກັບ​ການ​ແຜ່​ຊັບ​ເພື່ອ​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ນັ້ນ ຂໍ​ໃຫ້​ປະຕິບັດ​ຕາມ​ທີ່​ເຮົາ​ໄດ້​ບອກ​ໃຫ້​ຄຣິສຕະຈັກ​ຕ່າງໆ​ໃນ​ຄາລາເຕຍ​ປະຕິບັດ​ນັ້ນ.


ເຖິງຢ່າງໃດກໍຕາມ ຂໍ​ໃຫ້​ທຸກຄົນ​ຈົ່ງ​ດຳເນີນຊີວິດ​ໃນ​ຖານະ​ທີ່​ເປັນ​ຜູ້ທີ່ເຊື່ອ ຕາມ​ຖານະ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້​ພວກເຂົາ ຕາມ​ທີ່​ພຣະເຈົ້າ​ໄດ້​ເອີ້ນ​ພວກເຂົາ. ນີ້​ຄື​ກົດລະບຽບ​ທີ່​ເຮົາ​ວາງ​ໄວ້​ໃນ​ທຸກໆ​ຄຣິສຕະຈັກ.


ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka