Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານ​ຂອງ​ເຮົາ​ໃນ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ປີຊະກີລາ ແລະ ທ່ານ​ອາກີລາ ເພື່ອນຮ່ວມງານ​ກັບ​ເຮົາ​ໃນ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ,

Uka jalj uñjjattʼäta Copia luraña




ໂຣມ 16:3
17 Jak'a apnaqawi uñst'ayäwi  

ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອະເປເລ ຜູ້​ທີ່​ຈົ່ງຮັກພັກດີ​ຕໍ່​ພຣະຄຣິດເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ອາຣິສະໂຕບູໂລ.


ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອັນດາໂຣນິໂກ ແລະ ນາງ​ຢູເນຍ ຍາດຕິພີ່ນ້ອງ​ຂອງ​ເຮົາ​ທີ່​ເຄີຍ​ຕິດ​ຄຸກ​ກັບ​ເຮົາ. ພວກເພິ່ນ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ແລະ ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ​ກ່ອນ​ເຮົາ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອູຣະບານ​ເພື່ອນຮ່ວມງານ​ຂອງ​ພວກເຮົາ​ໃນ​ພຣະຄຣິດເຈົ້າ ແລະ ຊະຕາຂີ​ເພື່ອນ​ທີ່ຮັກ​ຂອງ​ເຮົາ.


ເຫດສະນັ້ນ ບັດນີ້​ຈຶ່ງ​ບໍ່​ມີ​ການລົງໂທດ​ແກ່​ບັນດາ​ຜູ້​ທີ່​ຢູ່ໃນ​ພຣະເຢຊູຄຣິດເຈົ້າ


ແລະ ຖ້າ​ພຣະວິນຍານ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ຢູ່​ໃນ​ພວກເຈົ້າ, ພຣະວິນຍານ​ຜູ້​ເຮັດ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ຈະ​ໃຫ້ຊີວິດ​ແກ່​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ເໝືອນກັນ ເພາະ​ພຣະວິນຍານ​ທີ່​ຢູ່​ໃນ​ພວກເຈົ້າ.


ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.


ໃຫ້​ຍອມ​ເຊື່ອຟັງ​ຄົນ​ເຫລົ່ານີ້ ແລະ ທຸກຄົນ​ທີ່​ເຂົ້າຮ່ວມ​ໃນ​ວຽກງານ ແລະ ທຳງານ​ດ້ວຍ​ຄວາມຍາກລຳບາກ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ເຮົາ​ຮູ້​ຈັກ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະຄຣິດເຈົ້າ ເຊິ່ງ​ສິບສີ່​ປີ​ຜ່ານ​ມາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຍັງ​ສະຫວັນ​ຊັ້ນ​ທີສາມ. ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ຮູ້.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ຄຣິສຕະຈັກ​ຕ່າງໆ​ໃນ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເປັນການສ່ວນຕົວ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka