Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.

Uka jalj uñjjattʼäta Copia luraña




ໂຣມ 16:18
54 Jak'a apnaqawi uñst'ayäwi  

ແລະ ຈະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ເກີດຂຶ້ນ ແລະ ຫລອກລວງ​ຫລາຍຄົນ.


ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.


“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ຜູ້ໃດ​ກໍ​ຕາມ​ທີ່​ຮັບໃຊ້​ເຮົາ​ຜູ້​ນັ້ນ​ຕ້ອງ​ຕິດຕາມ​ເຮົາ​ມາ ແລະ ເຮົາ​ຢູ່​ບ່ອນໃດ, ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ຈະ​ຢູ່​ບ່ອນນັ້ນ​ເໝືອນກັນ. ພຣະບິດາເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ຮັບໃຊ້​ເຮົາ.


ເພາະວ່າ ຜູ້ໃດ​ທີ່​ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ນີ້​ກໍ​ເປັນ​ທີ່​ພໍໃຈ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ມະນຸດ​ດ້ວຍ.


ຄົນ​ທັງຫລາຍ​ໄດ້​ຍິນ​ເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ແລ້ວ, ເຮົາ​ຈຶ່ງ​ຊື່ນຊົມຍິນດີ​ນໍາ​ພວກເຈົ້າ ແຕ່​ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ສິ່ງ​ທີ່​ດີ ແລະ ເປັນ​ຄົນໂງ່​ໃນ​ສິ່ງ​ທີ່​ຊົ່ວຮ້າຍ.


ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.


ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.


ເຮົາ​ກ່າວ​ຢ່າງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້ໃດ​ລໍ້ລວງ​ພວກເຈົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໜ້າ​ເຊື່ອຖື.


ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຈາກ​ອົງພຣະຜູ້ເປັນເຈົ້າ​ເປັນ​ລາງວັນ. ພຣະຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ນີ້​ແຫລະ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຮັບໃຊ້​ຢູ່.


ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢູດາ ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ ເຊິ່ງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ພຣະບິດາ ແລະ ຮັກສາ​ໄວ້​ເພື່ອ​ພຣະເຢຊູຄຣິດເຈົ້າ:


ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka