Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາ​ພີ່ນ້ອງ​ທີ່​ຢູ່​ກັບ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອາຊິນກຣິດ ຟະເລໂກນ ເຮຣະມີ ປະໂຕບາ ເຮຣະມາ ພ້ອມ​ທັງ​ພີ່ນ້ອງ​ທີ່​ເຊື່ອ​ທຸກຄົນ​ທີ່​ຢູ່​ກັບ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ໂຣມ 16:14
7 Jak'a apnaqawi uñst'ayäwi  

ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຣູໂຟ ຜູ້​ທີ່​ເລືອກ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ແມ່​ຂອງ​ເພິ່ນ​ຜູ້​ທີ່​ເປັນ​ແມ່​ຂອງ​ເຮົາ​ດ້ວຍ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຟີໂລໂລກ, ຢູລີອາ, ເນເຣ​ກັບ​ນ້ອງສາວ​ຂອງ​ເພິ່ນ ແລະ ໂອລິມປາ​ກັບ​ຄົນ​ຂອງ​ພຣະເຈົ້າ​ທຸກ​ຄົນ​ທີ່​ຢູ່​ກັບ​ພວກເພິ່ນ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກໂລຊາຍ, ຜູ້​ເປັນ​ພີ່ນ້ອງ​ທີ່​ສັດຊື່​ໃນ​ພຣະຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka