Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ແມ່ຍິງ​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເປຊີດາ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ແມ່ຍິງ​ອີກ​ຄົນ​ໜຶ່ງ​ທີ່ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ທີ່​ເຮັດ​ວຽກງານ​ໜັກ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ເປຊີດາ ເພື່ອນ​ທີ່ຮັກ​ຂອງເຮົາ ຜູ້​ໄດ້​ເຮັດ​ພາລະກິດ​ອັນ​ໜັກໜ່ວງ​ຫລາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 16:12
14 Jak'a apnaqawi uñst'ayäwi  

ແລະ ຖ້າ​ພວກເຈົ້າ​ຕ້ອນຮັບ​ສະເພາະ​ແຕ່​ພວກ​ພີ່ນ້ອງ​ຂອງ​ຕົນ​ເທົ່ານັ້ນ ພວກເຈົ້າ​ເຮັດ​ຫຍັງ​ດີ​ຫລາຍ​ກວ່າ​ຄົນ​ອື່ນ​ແດ່? ແມ່ນ​ແຕ່​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ເຫດສະນັ້ນ ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ຜູ້​ເປັນ​ເຈົ້າຂອງ​ການເກັບກ່ຽວ ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການເກັບກ່ຽວ​ຂອງ​ພຣະອົງ”.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຮໂຣດີໂອນ ຍາດພີ່ນ້ອງ​ຂອງ​ເຮົາ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄອບຄົວ​ຂອງ​ນາຣະກິດ ຜູ້​ທີ່​ຢູ່​ໃນ​ອົງພຣະຜູ້ເປັນເຈົ້າ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຣູໂຟ ຜູ້​ທີ່​ເລືອກ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ແມ່​ຂອງ​ເພິ່ນ​ຜູ້​ທີ່​ເປັນ​ແມ່​ຂອງ​ເຮົາ​ດ້ວຍ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ໃຫ້​ຍອມ​ເຊື່ອຟັງ​ຄົນ​ເຫລົ່ານີ້ ແລະ ທຸກຄົນ​ທີ່​ເຂົ້າຮ່ວມ​ໃນ​ວຽກງານ ແລະ ທຳງານ​ດ້ວຍ​ຄວາມຍາກລຳບາກ.


ເພື່ອ​ຈຸດປະສົງ​ນີ້​ແຫລະ ເຮົາ​ຈຶ່ງ​ຕໍ່ສູ້​ຢ່າງ​ສຸດ​ກຳລັງ​ທັງໝົດ​ທີ່​ພຣະຄຣິດເຈົ້າ​ກຳລັງ​ທຳງານ​ຢ່າງ​ເຂັ້ມແຂງ​ໃນ​ໂຕ​ເຮົາ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka