Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 16:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງ​ເຮົາ ຄື​ນາງ​ຟອຍເບ ເຊິ່ງ​ເປັນ​ຜູ້ດູແລ​ຂອງ​ຄຣິສຕະຈັກ​ໃນ​ເມືອງ​ເກັນເຂໄອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງເຮົາ ຄື​ນາງ​ຟອຍເບ​ໄວ້​ກັບ​ພວກເຈົ້າ ນາງ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ໃນ​ຄຣິສຕະຈັກ​ທີ່​ເມືອງ​ເກັນເຂໄອ.

Uka jalj uñjjattʼäta Copia luraña




ໂຣມ 16:1
10 Jak'a apnaqawi uñst'ayäwi  

ເພາະວ່າ​ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ເປັນ​ນ້ອງຊາຍ, ນ້ອງສາວ ແລະ ແມ່​ຂອງ​ເຮົາ”.


ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ​ໃນ​ຍຸກ​ນີ້​ຄື: ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມ​ທັງ​ການຂົ່ມເຫັງ ແລະ ໃນ​ຍຸກ​ໜ້າ​ຈະ​ໄດ້​ຊີວິດ​ນິລັນດອນ.


ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.


ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.


ພວກເຮົາ​ກຳລັງ​ຈະ​ຍົກຍ້ອງ​ຕົນເອງ​ອີກ​ບໍ? ຫລື ໃຫ້​ພວກເຮົາ​ເຮັດ​ຈົດໝາຍ​ແນະນຳ​ຕົວ​ມາ​ໃຫ້​ພວກເຈົ້າ​ເໝືອນ​ດັ່ງ​ບາງຄົນ​ບໍ, ຫລື ເຮົາ​ຕ້ອງການ​ຈົດໝາຍ​ແນະນຳ​ຕົວ​ຈາກ​ພວກເຈົ້າ​ບໍ?


ຕໍ່​ແມ່ຍິງ​ຜູ້ອາວຸໂສ​ເໝືອນດັ່ງ​ເພິ່ນ​ເປັນ​ແມ່ ແລະ ຕໍ່​ຍິງ​ໜຸ່ມ​ທີ່​ມີ​ອາຍຸ​ອ່ອນກວ່າ​ເໝືອນດັ່ງ​ເປັນ​ນ້ອງສາວ​ດ້ວຍ​ຄວາມບໍລິສຸດ​ຢ່າງ​ແທ້ຈິງ.


ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:


ສົມມຸດ​ວ່າ​ມີ​ພີ່ນ້ອງ​ຄົນ​ໃດ​ບໍ່​ມີ​ເຄື່ອງນຸ່ງຫົ່ມ ແລະ ອາຫານ​ປະຈຳວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka