Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 15:4
17 Jak'a apnaqawi uñst'ayäwi  

ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ.


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຫດສະນັ້ນ ຈົ່ງ​ຕຽມ​ຄວາມຄິດ​ຈິດໃຈ​ໃຫ້​ພ້ອມ ແລະ ມີ​ສະຕິ, ຈົ່ງ​ຕັ້ງ​ຄວາມຫວັງ​ໄວ້​ເທິງ​ພຣະຄຸນ​ທີ່​ຈະ​ມາ​ເຖິງ​ພວກເຈົ້າ​ເມື່ອ​ພຣະເຢຊູຄຣິດເຈົ້າ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka