Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ແມ່ນ​ແຕ່​ພຣະຄຣິດເຈົ້າ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ເອງ​ພໍໃຈ, ແຕ່​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ໝິ່ນປະໝາດ​ພຣະອົງ​ນັ້ນ​ໄດ້​ຕົກໃສ່​ຂ້ານ້ອຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.”

Uka jalj uñjjattʼäta Copia luraña




ໂຣມ 15:3
19 Jak'a apnaqawi uñst'ayäwi  

ໃຫ້​ລູກສິດ​ສະເໝີ​ກັບ​ຄູ ແລະ ຜູ້ຮັບໃຊ້​ສະເໝີ​ກັບ​ນາຍ​ຂອງ​ຕົນ​ກໍ​ພໍ​ແລ້ວ. ຖ້າ​ຫົວໜ້າ​ຄອບຄົວ​ຖືກ​ເອີ້ນ​ວ່າ​ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ຂອງ​ເຂົາ​ກໍ​ຈະ​ຖືກ​ເອີ້ນ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າໃດ​ນໍ!


ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ​ໝູບ​ໜ້າ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ຜ່ານພົ້ນ​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ພຣະອົງ​ໄດ້​ໄປ​ອີກ​ເປັນ​ເທື່ອ​ທີ​ສອງ ແລະ ອະທິຖານ​ວ່າ, “ພຣະບິດາ​ຂອງ​ລູກ​ເອີຍ, ຖ້າ​ຈອກ​ນີ້​ບໍ່​ອາດ​ຜ່ານພົ້ນ​ໄປ ແລະ ຂ້ານ້ອຍ​ຈໍາເປັນ​ຕ້ອງ​ດື່ມ​ຈອກ​ນີ້ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.


ໃນ​ທຳນອງ​ດຽວກັນ​ນັ້ນ ພວກໂຈນ​ທີ່​ຖືກ​ຄຶງ​ພ້ອມ​ກັບ​ພຣະອົງ​ກໍ​ພາກັນ​ເວົ້າ​ດູຖູກ​ພຣະອົງ​ເໝືອນກັນ.


ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ.


ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອາຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ແລະ ເຮັດ​ພັນທະກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ.


ເຮົາ​ເຮັດ​ສິ່ງໃດ​ຕາມໃຈ​ເຮົາ​ເອງ​ບໍ່​ໄດ້, ເຮົາ​ພິພາກສາ​ຕາມ​ທີ່​ເຮົາ​ໄດ້​ຍິນ​ເທົ່ານັ້ນ ແລະ ຄຳພິພາກສາ​ຂອງ​ເຮົາ​ກໍ​ຍຸຕິທຳ, ເພາະ​ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເອງ​ພໍໃຈ ແຕ່​ເຮັດ​ໃຫ້​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ​ພໍໃຈ.


ເພາະວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ພຣະອົງ​ຜູ້​ໃຊ້​ເຮົາ​ມາ​ກໍ​ສະຖິດ​ຢູ່​ກັບ​ເຮົາ, ພຣະອົງ​ບໍ່​ໄດ້​ປະຖິ້ມ​ເຮົາ​ໄວ້​ພຽງ​ຄົນ​ດຽວ ເພາະ​ເຮົາ​ເຮັດ​ສິ່ງ​ທີ່​ພຣະອົງ​ພໍໃຈ​ສະເໝີ”.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.


ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka