Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ແຕ່ລະຄົນ​ຄວນ​ເຮັດ​ໃຫ້​ເພື່ອນບ້ານ​ພໍໃຈ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຂົາ, ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແຕ່​ພວກເຮົາ​ທຸກຄົນ​ຄວນ​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ບັນດາ​ພີ່ນ້ອງ ເພື່ອ​ນຳ​ປະໂຫຍດ​ມາ​ສູ່​ພວກເຂົາ ແລະ​ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ​ໃນ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




ໂຣມ 15:2
15 Jak'a apnaqawi uñst'ayäwi  

ເຫດສະນັ້ນ, ໃຫ້​ພວກເຮົາ​ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ ແລະ ການເສີມສ້າງ​ເຊິ່ງກັນແລະກັນ.


ພວກເຈົ້າ​ເວົ້າ​ວ່າ: “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ປະໂຫຍດ. “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ການເສີມສ້າງ​ຂຶ້ນ.


ທຸກຄົນ​ບໍ່​ຄວນ​ເຫັນ​ແກ່​ຜົນປະໂຫຍດ​ຕົນ​ເອງ ແຕ່​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຜູ້​ອື່ນ.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ບໍ່​ດູຖູກ​ຄົນອື່ນ, ບໍ່​ເຫັນແກ່ຕົວ, ບໍ່​ໃຈຮ້າຍ​ງ່າຍ, ບໍ່​ຈົດຈຳ​ຄວາມຜິດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ແຕ່​ຜູ້​ທີ່​ເຜີຍ​ພຣະຄຳ​ກໍ​ກ່າວ​ກັບ​ຄົນ​ທັງຫລາຍ​ເພື່ອ​ເຮັດໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ, ເປັນ​ການເຕືອນສະຕິ ແລະ ການ​ເລົ້າໂລມໃຈ.


ພວກເຈົ້າ​ຄິດ​ມາ​ຕະຫລອດ​ວ່າ​ພວກເຮົາ​ກຳລັງ​ປົກປ້ອງ​ພວກເຮົາ​ເອງ​ຕໍ່​ພວກເຈົ້າ​ແມ່ນ​ບໍ? ພວກເຮົາ​ເວົ້າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢ່າງ​ຄົນ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າ, ເພື່ອນ​ທີ່​ຮັກ, ທຸກສິ່ງ​ທີ່​ພວກເຮົາ​ເຮັດ​ກໍ​ເຮັດ​ເພື່ອ​ເສີມກຳລັງ​ຂອງ​ພວກເຈົ້າ.


ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.


ເພື່ອ​ຈັດຕຽມ​ຄົນ​ຂອງ​ພຣະອົງ​ສຳລັບ​ງານ​ຮັບໃຊ້, ເພື່ອ​ວ່າ​ກາຍ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ການເສີມສ້າງ​ຂຶ້ນ


ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka