Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 15:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ດ້ວຍເຫດນີ້, ພວກເຮົາ​ຜູ້​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລ້ວ ຄວນ​ອົດທົນ​ຕໍ່​ຜູ້​ທີ່​ຍັງ​ອ່ອນ​ໃນ​ຄວາມເຊື່ອ ເພື່ອ​ແບກ​ພາລະ​ຂອງ​ພວກເຂົາ, ພວກເຮົາ​ບໍ່ຄວນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña




ໂຣມ 15:1
13 Jak'a apnaqawi uñst'ayäwi  

ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ໄດ້​ທຸກ​ຢ່າງ, ແຕ່​ອີກ​ຄົນ​ໜຶ່ງ​ທີ່​ມີ​ຄວາມເຊື່ອ​ອ່ອນແອ ກໍ​ກິນ​ແຕ່​ຜັກ​ເທົ່ານັ້ນ.


ແຕ່​ເພິ່ນ​ກໍ​ບໍ່​ໄດ້​ສົງໄສ​ໃນ​ຄຳ​ສັນຍາ​ຂອງ​ພຣະເຈົ້າ ແຕ່​ເຂັ້ມແຂງ​ຂຶ້ນ​ໃນ​ຄວາມເຊື່ອ ແລະ ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ,


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.


ດ້ວຍເຫດນີ້​ແຫລະ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຮົາ​ຈຶ່ງ​ຍິນດີ​ໃນ​ບັນດາ​ຄວາມອ່ອນແອ, ໃນ​ການໝິ່ນປະໝາດ, ໃນ​ຄວາມຍາກລຳບາກ, ໃນ​ການກົດຂີ່ຂົ່ມເຫັງ, ໃນ​ຄວາມຫຍຸ້ງຍາກ. ເພາະ​ວ່າ​ເມື່ອ​ເຮົາ​ອ່ອນແອ ແລ້ວ​ເຮົາ​ກໍ​ເຂັ້ມແຂງ.


ສຸດທ້າຍ​ນີ້ ຈົ່ງ​ເຂັ້ມແຂງ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ໃນ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຢ່າ​ໃຫ້​ຜູ້ໃດ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ພວກເຈົ້າ​ທຸກ​ຄົນ​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ເຂັ້ມແຂງ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka