Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ເຫດ​ນີ້​ແຫລະ, ພຣະຄຣິດເຈົ້າ​ໄດ້​ຕາຍ ແລະ ໄດ້​ຄືນມາ​ສູ່​ຊີວິດ ກໍ​ເພື່ອ​ພຣະອົງ​ຈະ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທັງ​ຄົນຕາຍ ແລະ ຄົນເປັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະ​ເຫດ​ນີ້ ພຣະຄຣິດ​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ກໍ​ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຄົນ​ເປັນ​ແລະ​ຄົນ​ຕາຍ.

Uka jalj uñjjattʼäta Copia luraña




ໂຣມ 14:9
20 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ, ໃຫ້​ປະກາດ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ທຸກຄົນ.


ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.


ຖ້າ​ເຈົ້າ​ຍອມຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອ​ໃນ​ໃຈ​ຂອງ​ເຈົ້າ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ.


ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.


ເພາະ​ພວກເຮົາ​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ ແລະ ໄດ້​ເປັນຄືນມາ​ອີກ, ພວກເຮົາ​ຈຶ່ງ​ເຊື່ອ​ວ່າ​ພຣະເຈົ້າ​ຈະ​ນຳ​ເອົາ​ບັນດາ​ຜູ້​ທີ່​ຫລັບ​ໄປ​ໃນ​ພຣະເຢຊູເຈົ້າ​ນັ້ນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ​ອີກ.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ:


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ໂດຍ​ທາງ​ພຣະອົງ​ພວກເຈົ້າ​ຈຶ່ງ​ເຊື່ອ​ໃນ​ພຣະເຈົ້າ ຜູ້​ບັນດານ​ໃຫ້​ພຣະຄຣິດເຈົ້າ​ເປັນຄືນມາຈາກຕາຍ ແລະ ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະອົງ. ດັ່ງນັ້ນ​ແຫລະ ຄວາມເຊື່ອ ແລະ ຄວາມຫວັງ​ຂອງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະເຈົ້າ.


ແຕ່​ພວກເຂົາ​ຈະ​ຕ້ອງ​ລາຍງານ​ຕໍ່​ພຣະອົງ​ຜູ້​ພ້ອມ​ແລ້ວ​ທີ່​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຊະມີນາ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ຜູ້​ທີ່​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ຄືນມາ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka