Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຖ້າ​ພວກເຮົາ​ຢູ່ ພວກເຮົາ​ກໍ​ຢູ່​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຖ້າ​ພວກເຮົາ​ຕາຍ ພວກເຮົາ​ກໍ​ຕາຍ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່ ຫລື ຕາຍ, ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ກໍ​ມີ​ຊີວິດ​ຢູ່​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖ້າ​ພວກເຮົາ​ຕາຍ ກໍ​ຕາຍ​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ. ສະນັ້ນ ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍດີ ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 14:8
13 Jak'a apnaqawi uñst'ayäwi  

ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ ແຕ່​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ເພາະ​ສຳລັບ​ພຣະອົງ​ແລ້ວ​ທຸກຄົນ​ຍັງ​ມີຊີວິດ​ຢູ່”.


ພຣະເຢຊູເຈົ້າ​ກ່າວ​ຢ່າງ​ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເປໂຕ​ຈະ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການ​ຕາຍ​ຢ່າງໃດ. ແລ້ວ​ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ!”


“ບັດນີ້ ເມື່ອ​ດາວິດ​ໄດ້​ຮັບໃຊ້​ຕາມ​ຈຸດປະສົງ​ຂອງ​ພຣະເຈົ້າ​ໃນ​ຊົ່ວ​ອາຍຸ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ລ່ວງລັບ​ໄປ; ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຮ່າງກາຍ​ຂອງ​ເພິ່ນ​ກໍ​ເປື່ອຍເນົ່າ​ໄປ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຄື: ພຣະຄຣິດເຈົ້າ​ຜູ້​ເປັນ​ຜົນທຳອິດ; ຫລັງຈາກ​ນັ້ນ, ແມ່ນ​ບັນດາ​ຄົນ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມາ​ປາກົດ.


ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka