Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຈະ​ຕັດສິນ​ຄົນຮັບໃຊ້​ຂອງ​ຄົນ​ອື່ນ? ຜູ້ຮັບໃຊ້​ນັ້ນ​ຈະ​ຕັ້ງໝັ້ງຄົງ ຫລື ລົ້ມລົງ​ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້ ເພາະ​ອົງພຣະຜູ້ເປັນເຈົ້າ​ສາມາດ​ເຮັດ​ໃຫ້​ພວກເຂົາ​ຕັ້ງໝັ້ນຄົງ​ຢູ່​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.

Uka jalj uñjjattʼäta Copia luraña




ໂຣມ 14:4
19 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຖ້າ​ພຣະເຈົ້າ​ໃຫ້​ພວກເຂົາ​ໄດ້​ຮັບ​ຂອງປະທານ​ຢ່າງ​ດຽວ​ກັນ​ກັບ​ໃຫ້​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ແລ້ວ, ຂ້າພະເຈົ້າ​ເປັນ​ຜູ້ໃດ​ທີ່​ຄິດ​ຈະ​ຂັດຂວາງ​ພຣະເຈົ້າ​ໄດ້?”


ແລະ ຖ້າ​ພວກເຂົາ​ບໍ່​ດື້ດ້ານ​ຢູ່​ໃນ​ຄວາມ​ບໍ່ເຊື່ອ ພວກເຂົາ​ກໍ​ຈະ​ຖືກ​ນໍາ​ມາ​ຕໍ່​ເຂົ້າໃສ່ ເພາະວ່າ​ພຣະເຈົ້າ​ສາມາດ​ນຳ​ພວກເຂົາ​ມາ​ຕໍ່​ເຂົ້າໃສ່​ໄດ້​ອີກ.


ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


Jiwasaru arktasipxañani:

Anuncios ukanaka


Anuncios ukanaka