Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຄົນ​ທີ່​ກິນ​ທຸກ​ຢ່າງ​ກໍ​ຢ່າ​ໄດ້​ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ ຄົນ​ທີ່​ບໍ່​ກິນ​ກໍ​ຢ່າ​ໄດ້​ຕັດສິນ​ຄົນ​ທີ່​ກິນ ເພາະ​ພຣະເຈົ້າ​ໄດ້​ຍອມຮັບ​ພວກເຂົາ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຢ່າ​ໃຫ້​ຄົນ​ທີ່​ກິນ ໝິ່ນປະໝາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຜູ້​ທີ່​ກິນ​ແຕ່​ບາງ​ຢ່າງ​ກ່າວໂທດ​ຜູ້​ທີ່​ກິນ​ໄດ້​ທຸກຢ່າງ ເພາະ​ພຣະເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຜູ້ນັ້ນ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 14:3
20 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໜິ່ນ​ເດັກນ້ອຍ​ເຫລົ່ານີ້​ແມ່ນ​ແຕ່​ຜູ້ດຽວ. ເຮົາ​ບອກ​ພວກເຈົ້າ​ວ່າ​ບັນດາ​ເທວະດາ​ຂອງ​ພວກເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ຕໍ່​ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ສະເໝີ.


ຝ່າຍ​ພວກລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ ແລະ ພວກ​ຟາຣີຊາຍ​ຖືສິນອົດອາຫານ​ຢູ່​ສະເໝີ, ແຕ່​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”


ສຳລັບ​ບາງຄົນ​ທີ່​ໝັ້ນໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນເອງ ແລະ ດູຖູກ​ຄົນ​ອື່ນ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ວ່າ,


ແລ້ວ​ເປໂຕ​ຈຶ່ງ​ເລີ່ມຕົ້ນ​ກ່າວ​ວ່າ: “ບັດນີ້ ຂ້າພະເຈົ້າ​ຮູ້ຈັກ​ຄັກ​ແລ້ວ​ວ່າ, ພຣະເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ລຳອຽງ


ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.


ຊາວເກາະ​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ພວກເຮົາ​ຢ່າງ​ດີ​ທີ່ສຸດ. ພວກເຂົາ​ດັງໄຟ​ຕ້ອນຮັບ​ພວກເຮົາ​ທຸກຄົນ​ເພາະ​ຝົນຕົກ ແລະ ກໍ​ໜາວ.


ເພາະ​ຖ້າ​ການ​ທີ່​ພຣະເຈົ້າ​ປະຖິ້ມ​ພວກເຂົາ ເປັນເຫດ​ໃຫ້​ໂລກ​ນີ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ, ການ​ທີ່​ພຣະອົງ​ຮັບ​ເອົາ​ພວກເຂົາ​ກັບ​ຄືນມາ​ອີກ​ນັ້ນ ກໍ​ເປັນ​ເໝືອນ​ກັບ​ວ່າ​ພວກເຂົາ​ໄດ້​ຕາຍ​ໄປ​ແລ້ວ ແລະ ກັບຄືນມາ​ມີ​ຊີວິດ​ອີກ.


ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ແລ້ວ​ເປັນຫຍັງ ພວກເຈົ້າ​ຈຶ່ງ​ຕັດສິນ​ພີ່ນ້ອງ​ຂອງ​ຕົນ? ຫລື ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງ​ຕົນ? ເພາະວ່າ ພວກເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ


ເຫດສະນັ້ນ ໃຫ້​ພວກເຮົາ​ເລີກ​ຕັດສິນ​ກັນ. ແຕ່​ຈົ່ງ​ຕັດສິນໃຈ​ວ່າ​ຈະ​ບໍ່​ວາງ​ສິ່ງ​ທີ່​ເຮັດ​ໃຫ້​ສະດຸດ ຫລື ວາງ​ເຄື່ອງ​ກີດຂວາງ​ໃນ​ທາງ​ຂອງ​ພີ່ນ້ອງ.


ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເປັນທຸກໃຈ​ເພາະ​ສິ່ງ​ທີ່​ພວກເຈົ້າ​ກິນ ພວກເຈົ້າ​ກໍ​ບໍ່​ໄດ້​ປະພຶດ​ຕົນ​ດ້ວຍ​ຄວາມຮັກ​ອີກ​ຕໍ່ໄປ. ຢ່າ​ໃຫ້​ການກິນ​ຂອງ​ພວກເຈົ້າ​ທຳລາຍ​ຄົນ​ທີ່​ພຣະຄຣິດເຈົ້າ​ໄດ້​ຕາຍ​ແທນ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ການ​ບໍ່​ກິນ​ຊີ້ນ​ສັດ ຫລື ດື່ມ​ເຫລົ້າອະງຸ່ນ ຫລື ເຮັດ​ສິ່ງ​ອື່ນ​ໃດ ກໍ​ດີ​ກວ່າ​ເປັນ​ຕົ້ນເຫດ​ໃຫ້​ພີ່ນ້ອງ​ສະດຸດໃຈ.


ດັ່ງນັ້ນ, ຈົ່ງ​ຍອມຮັບ​ເຊິ່ງກັນແລະກັນ ເໝືອນດັ່ງ​ພຣະຄຣິດເຈົ້າ​ຍອມຮັບ​ພວກເຈົ້າ ເພື່ອ​ຈະ​ນຳ​ການ​ສັນລະເສີນ​ມາ​ຖວາຍ​ແກ່​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka