Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 14:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ໄດ້​ທຸກ​ຢ່າງ, ແຕ່​ອີກ​ຄົນ​ໜຶ່ງ​ທີ່​ມີ​ຄວາມເຊື່ອ​ອ່ອນແອ ກໍ​ກິນ​ແຕ່​ຜັກ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ຫຍັງ​ກໍໄດ້​ໝົດ ແຕ່​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ ກໍ​ກິນ​ແຕ່​ບາງ​ຢ່າງ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ໂຣມ 14:2
18 Jak'a apnaqawi uñst'ayäwi  

ຈົ່ງ​ຍອມຮັບ​ຜູ້​ທີ່​ອ່ອນແອ​ໃນ​ຄວາມເຊື່ອ ໂດຍ​ບໍ່​ການຜິດຖຽງກັນ​ໃນ​ເລື່ອງ​ຄວາມເຫັນແຕກຕ່າງກັນ.


ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.


ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ​ເພາະ​ເຫັນ​ແກ່​ອາຫານ​ເລີຍ. ອາຫານ​ທຸກ​ຢ່າງ​ປາດສະຈາກ​ມົນທິນ​ກໍ​ຈິງ, ແຕ່​ຖ້າ​ຄົນ​ໃດ​ທີ່​ກິນ​ສິ່ງ​ໃດ​ແລ້ວ​ເຮັດ​ໃຫ້​ຄົນ​ອື່ນ​ສະດຸດໃຈ​ກໍ​ມີ​ຄວາມຜິດ.


ພວກເຮົາ​ທີ່​ເຂັ້ມແຂງ​ແລ້ວ​ກໍ​ຄວນ​ອົດທົນ​ຕໍ່​ຄວາມຜິດພາດ​ຂອງ​ຜູ້​ທີ່​ຍັງ​ອ່ອນ​ຕໍ່​ຄວາມເຊື່ອ ແລະ ພວກເຮົາ​ບໍ່​ຄວນ​ເຮັດ​ຕາມ​ຄວາມພໍໃຈ​ຂອງ​ຕົນ​ເອງ.


ຊີ້ນ​ທີ່​ວາງ​ຂາຍ​ຕາມ​ຕະຫລາດ​ນັ້ນ​ກໍ​ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ເຖິງ​ຈິດສຳນຶກ,


ເຖິງຢ່າງໃດ​ກໍ​ຕາມ ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ສິດ​ຂອງ​ພວກເຈົ້າ​ກາຍເປັນ​ສິ່ງ​ສະດຸດ​ໃຈ​ຕໍ່​ພີ່ນ້ອງ​ທີ່​ມີ​ຄວາມເຊື່ອ​ອ່ອນ.


ຕໍ່​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເຮົາ​ກໍ​ເປັນ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ ເພື່ອ​ຈະ​ຊະນະ​ຜູ້​ທີ່​ມີ​ຄວາມເຊື່ອ​ອ່ອນ. ເຮົາ​ໄດ້​ກາຍ​ເປັນ​ທຸກ​ສິ່ງ​ແກ່​ຄົນ​ທັງປວງ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ​ໂດຍ​ທຸກ​ວິທີທາງ​ທີ່​ເປັນໄປໄດ້.


ເພາະ​ກ່ອນ​ທີ່​ຄົນ​ຂອງ​ຢາໂກໂບ​ບາງຄົນ​ຈະ​ມາເຖິງ, ເກຟາ​ເຄີຍ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຄົນຕ່າງຊາດ. ແຕ່​ເມື່ອ​ພວກເຂົາ​ມາເຖິງ ເພິ່ນ​ກໍ​ເລີ່ມ​ຖອຍຫ່າງ​ອອກ ແລະ ແຍກ​ຕົນເອງ​ອອກ​ຈາກ​ຄົນຕ່າງຊາດ ເພາະ​ເພິ່ນ​ຢ້ານ​ບັນດາ​ຜູ້​ທີ່​ຢູ່​ໃນ​ກຸ່ມ​ທີ່​ຮັບ​ພິທີຕັດ.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ດີ ແລະ ບໍ່​ມີ​ສິ່ງໃດ​ເປັນ​ຂອງ​ຕ້ອງຫ້າມ​ເລີຍ​ຖ້າ​ຮັບເອົາ​ດ້ວຍ​ການໂມທະນາ​ຂອບພຣະຄຸນ,


ສຳລັບ​ຄົນ​ສະອາດ​ນັ້ນ, ທຸກສິ່ງ​ກໍ​ສະອາດ ແຕ່​ສຳລັບ​ຄົນ​ທີ່​ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອ​ນັ້ນ ບໍ່​ມີ​ສິ່ງໃດ​ສະອາດ​ເລີຍ ຄວາມຈິງແລ້ວ ຄວາມຄິດ​ຈິດໃຈ ແລະ ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເສື່ອມຊາມ.


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka