Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຢ່າ​ຕິດຄ້າງ​ເປັນ​ໜີ້​ຜູ້ໃດ ເວັ້ນ​ແຕ່​ໜີ້​ທີ່​ບໍ່​ອາດ​ຈ່າຍຄືນ​ໄດ້​ໝົດ ຄື​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ ເພາະ​ຜູ້​ທີ່​ຮັກ​ຄົນອື່ນ​ກໍ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຢ່າ​ເປັນ​ໜີ້​ຜູ້ໃດ ເວັ້ນໄວ້​ແຕ່​ຄວາມຮັກ​ທີ່​ມີ​ຕໍ່​ກັນແລະກັນ, ເພາະ​ຜູ້​ທີ່​ຮັກ​ຄົນອື່ນ ກໍ​ປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 13:8
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ, ສິ່ງໃດ​ທີ່​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ, ເພາະ​ນີ້​ແມ່ນ​ຂໍ້​ສະຫລຸບ​ທັງໝົດ​ຂອງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ.


“ເຮົາ​ໃຫ້​ບັນຍັດ​ໃໝ່​ແກ່​ພວກເຈົ້າ​ທັງຫລາຍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ. ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ່​ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ນັ້ນ.


ຄວາມຮັກ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ເພື່ອນບ້ານ​ຂອງ​ຕົນ ເຫດສະນັ້ນ ການ​ມີ​ຄວາມຮັກ​ຈຶ່ງ​ເປັນ​ການປະຕິບັດ​ຕາມ​ກົດບັນຍັດ​ຢ່າງ​ຄົບຖ້ວນ​ແລ້ວ.


ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.


ເພາະ​ກົດບັນຍັດ​ທັງໝົດ​ກໍ​ສຳເລັດ​ໄດ້​ດ້ວຍ​ການຮັກສາ​ຄຳສັ່ງ​ອັນດຽວ​ນີ້​ຄື: “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ”.


ແລະ ຈົ່ງ​ສວມ​ຄວາມຮັກ​ທັບ​ຄຸນງາມຄວາມດີ​ທັງໝົດ​ນີ້ ເຊິ່ງ​ຜູກມັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ເປັນ​ອັນໜຶ່ງອັນດຽວ​ກັນ​ຢ່າງ​ສົມບູນ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ຖ້າ​ພວກເຈົ້າ​ຖືຮັກສາ​ພຣະບັນຍັດ​ທີ່​ມີ​ຢູ່​ໃນ​ພຣະຄຳພີ​ແທ້ໆ​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ” ພວກເຈົ້າ​ກໍ​ເຮັດ​ຖືກ​ແລ້ວ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka