Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ໃນ​ສິ່ງ​ທີ່​ພວກເຈົ້າ​ໜີ້​ພວກເຂົາ​ຄື: ຖ້າ​ພວກເຈົ້າ​ໜີ້​ພາສີ ຈົ່ງ​ເສຍ​ພາສີ, ຖ້າ​ຕິດຄ້າງ​ອາກອນ ຈົ່ງ​ເສຍ​ອາກອນ, ຖ້າ​ສົມຄວນ​ໃຫ້​ຄວາມເຄົາລົບ ຈົ່ງ​ໃຫ້​ຄວາມເຄົາລົບ, ຖ້າ​ສົມຄວນ​ໃຫ້​ກຽດ ຈົ່ງ​ໃຫ້​ກຽດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຈົ່ງ​ໃຫ້​ແກ່​ທຸກຄົນ ຕາມ​ທີ່​ພວກເຂົາ​ຄວນ​ໄດ້​ຮັບ ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ພາສີ​ຄວນ​ໃຫ້​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ຄວາມ​ຢຳເກງ​ຄວນ​ມີ​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້ນັ້ນ ກຽດຕິຍົດ​ຄວນ​ໃຫ້​ແກ່​ຜູ້ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 13:7
23 Jak'a apnaqawi uñst'ayäwi  

ເປໂຕ​ຕອບ​ວ່າ, “ເສຍ”. ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ກ່ອນ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ຄິດ​ຢ່າງໃດ ກະສັດ​ໃນ​ໂລກ​ນີ້​ເຄີຍ​ເກັບ​ພາສີ ແລະ ອາກອນ​ຈາກ​ຜູ້ໃດ ເກັບ​ຈາກ​ບັນດາ​ລູກ​ຂອງ​ເພິ່ນ ຫລື ເກັບ​ຈາກ​ຄົນ​ອື່ນ?”


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.


ທີ່​ພວກເຮົາ​ຈະ​ເສຍ​ພາສີ​ໃຫ້​ແກ່​ກາຍຊາ​ນັ້ນ​ເປັນ​ການ​ຖືກຕ້ອງ​ບໍ?”


ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ດັ່ງນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ​ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ​ກໍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.


ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.


ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.


ນີ້​ຄື​ເຫດຜົນ​ທີ່​ພວກເຈົ້າ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ຜູ້​ໃຫ້​ເວລາ​ທັງໝົດ​ຂອງ​ຕົນ​ໃນ​ການປົກຄອງ​ບ້ານ​ເມືອງ.


ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.


ຜູ້​ທີ່​ເປັນ​ຂ້າທາດ, ຈົ່ງ​ນັບຖື​ນາຍ​ຂອງ​ພວກເຈົ້າ​ທີ່​ຢູ່​ໂລກ​ນີ້​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ​ດ້ວຍ​ຄວາມຈິງ​ໃຈ ເໝືອນດັ່ງ​ພວກເຈົ້າ​ເຊື່ອຟັງ​ພຣະຄຣິດເຈົ້າ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ພວກ​ຜູ້ປົກຄອງ​ທີ່​ບໍລິຫານ​ກິດຈະການ​ຂອງ​ຄຣິສຕະຈັກ​ໄດ້​ດີ​ກໍ​ສົມຄວນ​ໄດ້​ຮັບ​ກຽດ​ເປັນ​ສອງ​ເທົ່າ, ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ເຮັດ​ໜ້າທີ່​ເທດສະໜາ ແລະ ສັ່ງສອນ.


ທຸກຄົນ​ທີ່​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້າທາດ​ຄວນ​ຖື​ວ່າ​ນາຍ​ຂອງ​ຕົນ​ສົມຄວນ​ໄດ້​ຮັບ​ຄວາມເຄົາລົບ​ນັບຖື​ຢ່າງ​ເຕັມທີ່, ເພື່ອ​ວ່າ​ນາມ​ຂອງ​ພຣະເຈົ້າ ແລະ ຄຳສັ່ງສອນ​ຂອງ​ພວກເຮົາ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka