ໂຣມ 13:13 - ພຣະຄຳພີລາວສະບັບສະໄໝໃໝ່13 ໃຫ້ເຮົາປະພຶດຕົນຢ່າງເໝາະສົມເໝືອນຢູ່ໃນເວລາກາງເວັນ, ບໍ່ໄປມົ້ວສຸມ ແລະ ເມົາເຫລົ້າ, ບໍ່ເຮັດຜິດສິນທຳທາງເພດ ແລະ ມົວເມົາ, ບໍ່ວິວາດຜິດຖຽງ ແລະ ອິດສາກັນ. Uka jalj uñjjattʼätaພຣະຄຳພີສັກສິ13 ຈົ່ງໃຫ້ພວກເຮົາປະຕິບັດຕົວ ສົມກັບຄົນທີ່ດຳເນີນຊີວິດຢູ່ໃນຄວາມສະຫວ່າງ ບໍ່ແມ່ນໃນການກິນລ້ຽງຢ່າງເຖິງໃຈ ຫລືການດື່ມເຫຼົ້າເມົາຢາ ບໍ່ແມ່ນໃນການຜິດສິນທຳທາງເພດ ຫລືເຮັດເສື່ອມເສຍສິນທຳ ບໍ່ແມ່ນໃນການວິວາດຜິດຖຽງກັນ ຫລືອິດສາກັນ. Uka jalj uñjjattʼäta |
ບໍ່ວ່າສິ່ງໃດຈະເກີດຂຶ້ນ, ພວກເຈົ້າຈົ່ງປະພຶດຕົນໃຫ້ສົມກັບຂ່າວປະເສີດຂອງພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່ວ່າເຮົາຈະມາຫາພວກເຈົ້າ ຫລື ພຽງແຕ່ໄດ້ຍິນກ່ຽວກັບພວກເຈົ້າໃນຂະນະທີ່ເຮົາບໍ່ຢູ່ກໍຕາມ, ເຮົາຈະຮູ້ວ່າພວກເຈົ້າຕັ້ງໝັ້ນຄົງໃນພຣະວິນຍານອົງດຽວກັນ, ຕໍ່ສູ້ຮ່ວມກັນເໝືອນເປັນຄົນດຽວກັນເພື່ອຄວາມເຊື່ອແຫ່ງຂ່າວປະເສີດ