Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.

Uka jalj uñjjattʼäta Copia luraña




ໂຣມ 13:12
30 Jak'a apnaqawi uñst'ayäwi  

ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;


ອາວຸດ​ທັງຫລາຍ​ທີ່​ພວກເຮົາ​ໃຊ້​ຕໍ່ສູ້​ບໍ່ແມ່ນ​ອາວຸດ​ຂອງ​ໂລກ. ແຕ່​ໃນ​ທາງ​ກົງກັນຂ້າມ, ເປັນ​ອາວຸດ​ທີ່​ເຕັມ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ສາມາດ​ທຳລາຍ​ຄ້າຍອັນເຂັ້ມແຂງ​ທັງຫລາຍ​ໄດ້.


ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ;


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ຢ່າ​ມີສ່ວນ​ກັບ​ກິດຈະການ​ຂອງ​ຄວາມມືດ​ທີ່​ບໍ່​ມີ​ຜົນ, ແຕ່​ຈົ່ງ​ເປີດເຜີຍ​ການກະທຳ​ເຫລົ່ານັ້ນ​ອອກມາ​ກໍ​ດີ​ກວ່າ.


ເພາະ​ເມື່ອກ່ອນ​ພວກເຈົ້າ​ຢູ່​ໃນ​ຄວາມມືດ, ແຕ່​ດຽວນີ້​ພວກເຈົ້າ​ເປັນ​ຄວາມສະຫວ່າງ​ໃນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ລູກ​ຂອງ​ຄວາມສະຫວ່າງ


ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ພວກເຈົ້າ​ກໍ​ເໝືອນກັນ, ຈົ່ງ​ອົດທົນ ແລະ ຕັ້ງໝັ້ນຄົງ​ຢູ່​ເພາະ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃກ້​ຈະ​ມາ​ແລ້ວ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ


ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຊ້າ​ທີ່​ຈະ​ເຮັດ​ຕາມ​ສັນຍາ​ເໝືອນດັ່ງ​ທີ່​ບາງຄົນ​ເຂົ້າໃຈ​ວ່າ​ຊ້າ. ແຕ່​ພຣະອົງ​ອົດທົນ​ຕໍ່​ພວກເຈົ້າ, ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຈິບຫາຍ​ໄປ, ແຕ່​ຕ້ອງການ​ໃຫ້​ທຸກຄົນ​ກັບ​ມາ​ເພື່ອ​ຖິ້ມໃຈເກົ່າເອົາໃຈໃໝ່.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ແລ້ວ​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປະທັບຕາ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ໃນ​ໜັງສືມ້ວນ​ນີ້​ເພາະວ່າ​ເວລາ​ໃກ້​ຈະ​ມາ​ເຖິງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka