Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 13:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ທຸກຄົນ​ຕ້ອງ​ຍອມເຊື່ອຟັງ​ຜູ້​ມີ​ອຳນາດ​ປົກຄອງ ເພາະ​ບໍ່​ມີ​ຜູ້ໃດ​ມີ​ອຳນາດ​ເວັ້ນ​ແຕ່​ພຣະເຈົ້າ​ແຕ່ງຕັ້ງ​ຂຶ້ນ. ອຳນາດ​ຕ່າງໆ​ທີ່​ມີ​ຢູ່​ນັ້ນ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການແຕ່ງຕັ້ງ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ທຸກຄົນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ເພາະວ່າ​ບໍ່ມີ​ອຳນາດ​ໃດ ທີ່​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ແລະ​ຜູ້​ທີ່​ມີ​ອຳນາດ​ນັ້ນ ກໍ​ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຊົງ​ແຕ່ງຕັ້ງ​ຂຶ້ນ.

Uka jalj uñjjattʼäta Copia luraña




ໂຣມ 13:1
25 Jak'a apnaqawi uñst'ayäwi  

ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.


ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.


ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.


ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ຜູ້​ມີ​ອຳນາດ​ກໍ​ກຳລັງ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ ແລະ ຜູ້ໃດ​ທີ່​ເຮັດ​ເຊັ່ນ​ນັ້ນ​ກໍ​ຈະ​ນຳ​ການຕັດສິນ​ລົງໂທດ​ມາ​ສູ່​ຕົນເອງ.


ຈົ່ງ​ຍອມ​ເຊື່ອຟັງ​ກັນແລະກັນ​ດ້ວຍ​ຄວາມ​ຢຳເກງ​ພຣະຄຣິດເຈົ້າ.


ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.


ຈົ່ງ​ເຕືອນສະຕິ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃນ​ບັງຄັບ​ຂອງ​ຜູ້ປົກຄອງ ແລະ ຜູ້ມີອຳນາດ, ໃຫ້​ເຊື່ອຟັງ ແລະ ພ້ອມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ,


ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka