Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນຫນຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພວກເຮົາ​ທີ່​ມີ​ຫລາຍ​ຄົນ​ກໍ​ຮ່ວມ​ເຂົ້າ​ເປັນ​ຮ່າງກາຍ​ດຽວກັນ​ໃນ​ພຣະຄຣິດ ແລະ​ພວກເຮົາ​ກໍ​ເປັນ​ອະໄວຍະວະ​ແກ່​ກັນແລະກັນ​ສັນນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 12:5
15 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ອີກ​ຕໍ່ໄປ​ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກ ແລະ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ. ພຣະບິດາເຈົ້າ​ຜູ້​ບໍລິສຸດ​ເອີຍ, ຂໍ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ​ໄວ້​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ, ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ອັນໜຶ່ງອັນດຽວກັນ​ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ.


ເພາະວ່າ ພວກເຮົາ​ແຕ່ລະຄົນ​ມີ​ຮ່າງກາຍ​ດຽວ​ທີ່​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ຢ່າງ ແລະ ອະໄວຍະວະ​ເຫລົ່ານັ້ນ​ກໍ​ມີ​ໜ້າທີ່​ບໍ່​ຄື​ກັນ​ສັນໃດ,


ເນື່ອງຈາກ​ມີ​ເຂົ້າຈີ່​ກ້ອນ​ດຽວ ພວກເຮົາ​ຜູ້​ມີ​ຫລາຍ​ຄົນ​ຈຶ່ງ​ເປັນ​ກາຍ​ດຽວ​ກັນ ເພາະ​ພວກເຮົາ​ທຸກຄົນ​ຮ່ວມ​ກິນ​ເຂົ້າຈີ່​ກ້ອນ​ດຽວ​ກັນ.


ເໝືອນ​ດັ່ງ​ເຮົາ​ທີ່​ພະຍາຍາມ​ຈະ​ເຮັດ​ໃຫ້​ທຸກຄົນ​ພໍໃຈ​ໃນ​ທຸກ​ດ້ານ. ເພາະວ່າ​ເຮົາ​ບໍ່​ໄດ້​ສະແຫວງຫາ​ຜົນປະໂຫຍດ​ຂອງ​ເຮົາເອງ ແຕ່​ເປັນ​ຜົນປະໂຫຍດ​ຂອງ​ຄົນ​ທັງຫລາຍ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ພົ້ນ.


ດັ່ງນັ້ນ​ແຫລະ ມີ​ຫລາຍ​ອະໄວຍະວະ, ແຕ່​ເປັນ​ຮ່າງກາຍ​ດຽວ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ? ຖ້າ​ເປັນ​ດັ່ງນັ້ນ ສົມຄວນ​ບໍ​ທີ່​ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດເຈົ້າ​ໄປ​ຜູກພັນ​ກັບ​ໂສເພນີ? ຢ່າ​ເປັນ​ຢ່າງນັ້ນ​ເລີຍ!


ເຊິ່ງ​ເປັນ​ຮ່າງກາຍ​ຂອງ​ພຣະອົງ​ທີ່​ເຕັມບໍລິບູນ​ດ້ວຍ​ພຣະອົງ​ຜູ້​ໃຫ້​ທຸກສິ່ງ​ເຕັມບໍລິບູນ​ໃນ​ທຸກ​ທາງ.


ເພື່ອ​ຈັດຕຽມ​ຄົນ​ຂອງ​ພຣະອົງ​ສຳລັບ​ງານ​ຮັບໃຊ້, ເພື່ອ​ວ່າ​ກາຍ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ການເສີມສ້າງ​ຂຶ້ນ


ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.


ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.


ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ພວກເຂົາ​ໄດ້​ສູນເສຍ​ການເຊື່ອມຕໍ່​ກັບ​ຫົວ ເຊິ່ງ​ຮ່າງກາຍ​ທັງໝົດ​ກໍ​ໄດ້​ຮັບ​ການ​ບຳລຸງລ້ຽງ ແລະ ປະສານ​ເຂົ້າ​ກັນ​ໄວ້​ດ້ວຍ​ຂໍ້ ແລະ ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ເຕີບໂຕ​ຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka