Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 12:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ ຢ່າ​ອວດອົ່ງທະນົງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຢ່າ​ຄິດ​ອວດໃຫຍ່​ໃຝ່ສູງ ຈົ່ງ​ຮັບຮູ້​ຄົນ​ສາມັນ​ຕໍ່າຕ້ອຍ. ແລະ​ຢ່າ​ຖື​ວ່າ​ຕົນ​ເປັນ​ຄົນ​ສະຫລາດ.

Uka jalj uñjjattʼäta Copia luraña




ໂຣມ 12:16
48 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ຄົນຍາກຈົນ​ຈະ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.


ແຕ່​ເມື່ອ​ເຈົ້າ​ຈັດ​ງານກິນລ້ຽງ ຈົ່ງ​ເຊີນ​ຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ.


ພຣະເຢຊູເຈົ້າ​ຫລຽວເບິ່ງ​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ: “ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຍາກຈົນ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ພວກເຈົ້າ​ແລ້ວ.


ຜູ້​ທີ່​ເຊື່ອ​ທັງໝົດ​ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ອ້າງ​ວ່າ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ຕົນ​ເອງ, ແຕ່​ພວກເຂົາ​ແບ່ງປັນ​ທຸກສິ່ງ​ທີ່​ພວກເຂົາ​ມີ.


ກໍ​ແມ່ນ​ແລ້ວ ແຕ່​ທີ່​ພວກເຂົາ​ຖືກ​ຫັກ​ອອກ​ໄປ​ນັ້ນ​ກໍ​ເພາະ​ບໍ່​ເຊື່ອ ສ່ວນ​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ຄວາມເຊື່ອ. ຢ່າ​ໄດ້​ຈອງຫອງ​ເລີຍ, ແຕ່​ຈົ່ງ​ຢຳເກງ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ.


ຂໍ​ພຣະເຈົ້າ​ຜູ້​ໃຫ້​ຄວາມອົດທົນ ແລະ ກຳລັງໃຈ​ນັ້ນ​ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ຢ່າງ​ພຣະເຢຊູຄຣິດເຈົ້າ,


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ, ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຍອມຮັບ​ກັນແລະກັນ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແລ້ວ​ຈຶ່ງ​ຈະ​ບໍ່​ມີ​ການແຕກແຍກ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ເປັນ​ນໍ້າໜຶ່ງໃຈດຽວ​ກັນ​ຢ່າງ​ສົມບູນ​ໃນ​ຄວາມຄິດ ແລະ ຈິດໃຈ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ເຮົາ​ກ່າວ​ເຊັ່ນ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ. ເປັນ​ໄປ​ໄດ້​ບໍ​ທີ່​ບໍ່​ມີ​ຈັກ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ມີ​ປັນຍາ​ພໍ​ທີ່​ຈະ​ຕັດສິນ​ຄະດີຄວາມ​ໃນ​ລະຫວ່າງ​ບັນດາ​ຜູ້ທີ່ເຊື່ອ?


ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ຂໍ​ພຽງ​ແຕ່​ໃຫ້​ພວກເຮົາ​ດຳເນີນຊີວິດ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້ຮັບ​ມາ​ແລ້ວ.


ເຮົາ​ຂໍຮ້ອງ​ນາງ​ຢູໂອເດຍ ແລະ ນາງ​ຊີນຕີເຂ​ໃຫ້​ເປັນ​ເປັນ​ຜູ້​ມີ​ຄວາມຄິດ​ອັນ​ດຽວ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.


ຈົ່ງ​ຮັກສາ​ຊີວິດ​ຂອງ​ພວກເຈົ້າ​ໃຫ້​ເວັ້ນຈາກ​ການຮັກເງິນ ແລະ ຈົ່ງ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່, ເພາະວ່າ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ໄປ​ຈາກ​ເຈົ້າ, ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈັກເທື່ອ”.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


ເຮົາ​ໄດ້​ຂຽນ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ເຮັດ​ໂຕ​ເປັນ​ໃຫຍ່ ຈະ​ບໍ່​ຍອມ​ຕ້ອນຮັບ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka