ໂຣມ 12:1 - ພຣະຄຳພີລາວສະບັບສະໄໝໃໝ່1 ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ ເພື່ອເຫັນແກ່ຄວາມເມດຕາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າທັງຫລາຍໃຫ້ຖວາຍຮ່າງກາຍຂອງພວກເຈົ້າແກ່ພຣະເຈົ້າ ເພື່ອເປັນເຄື່ອງຖວາຍບູຊາທີ່ມີຊີວິດ, ທີ່ບໍລິສຸດ ແລະ ທີ່ພໍໃຈພຣະເຈົ້າ ນີ້ເປັນການນະມັດສະການທີ່ແທ້ຈິງ ແລະ ເໝາະສົມ. Uka jalj uñjjattʼätaພຣະຄຳພີສັກສິ1 ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ. Uka jalj uñjjattʼäta |
ຢ່າມອບອະໄວຍະວະສ່ວນໃດໃນຮ່າງກາຍຂອງພວກເຈົ້າໃຫ້ແກ່ຄວາມບາບ ເພື່ອເປັນເຄື່ອງມືຂອງຄວາມຊົ່ວຮ້າຍ ແຕ່ຈົ່ງຖວາຍໂຕຂອງພວກເຈົ້າເອງແກ່ພຣະເຈົ້າໃນຖານະເປັນຜູ້ທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍສູ່ຊີວິດ; ແລະ ຈົ່ງຖວາຍອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກເຈົ້າແກ່ພຣະອົງ ເພື່ອເປັນເຄື່ອງມືຂອງຄວາມຊອບທຳ.
ເຮົາກຳລັງຍົກຕົວຢ່າງຈາກຊີວິດປະຈໍາວັນກໍເພາະຄວາມຈໍາກັດຂອງຄວາມເປັນມະນຸດຂອງພວກເຈົ້າ. ເຊັ່ນດຽວກັນກັບທີ່ພວກເຈົ້າເຄີຍມອບຕົນເອງໃຫ້ເປັນຂ້າທາດຂອງຄວາມເປື້ອນເປິ ແລະ ຄວາມຊົ່ວຮ້າຍທີ່ເພີ່ມຂຶ້ນເລື້ອຍໆຢ່າງໃດ, ບັດນີ້ ພວກເຈົ້າກໍຈົ່ງມອບຕົນເອງໃຫ້ເປັນຂ້າທາດຂອງຄວາມຊອບທຳທີ່ນຳມາສູ່ຄວາມບໍລິສຸດ.
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.