Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 11:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ຖ້າ​ເລືອກ​ໂດຍ​ພຣະຄຸນ​ແລ້ວ ກໍ​ບໍ່ແມ່ນ​ໂດຍ​ການປະຕິບັດ​ອີກ​ຕໍ່ໄປ, ເພາະ​ຖ້າ​ໂດຍ​ການປະຕິບັດ ພຣະຄຸນ​ຈະ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແຕ່​ຖ້າ​ເປັນ​ທາງ​ພຣະຄຸນ ກໍ​ບໍ່ແມ່ນ​ທາງ​ການ​ປະຕິບັດ ຫລື​ຖ້າ​ເປັນ​ທາງ​ການ​ປະຕິບັດ​ແລ້ວ ພຣະຄຸນ​ນັ້ນ​ກໍ​ບໍ່ແມ່ນ​ພຣະຄຸນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ໂຣມ 11:6
11 Jak'a apnaqawi uñst'ayäwi  

ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka